ທຸກຢ່າງທີ່ທ່ານຄວນຮູ້ກ່ຽວກັບສາຍພັນ Deltacron ແລະ XE

ເຈົ້າຫນ້າທີ່ ສາທາຣະນະສຸກ ຂອງ ອອສເຕຣເລັຍ ໄດ້ມີການຕື່ນໂຕຫຼັງຈາກ New South Wales ແລະ Queensland ໄດ້ລາຍງານກໍລະນີທໍາອິດຂອງເຂົາເຈົ້າກ່ຽວ ກັບ 'Deltacron' ໃນອາທິດທີ່ຜ່ານມາ. ຣັຖ NSW ຍັງໄດ້ລາຍງານການຕິດເຊື້ອແບບປະສົມຂອງ BA.1/BA.2, ແຕ່ເຈົ້າຫນ້າທີ່ຍັງບໍ່ໄດ້ເອີ້ນມັນວ່າ 'XE' ດ້ວຍເຫດຜົນບາງປະການ.

WHO believes XE variant could be 10 per cent more transmissible than BA.2 strain of Omicron.

The World Health Organization (WHO) believes the XE variant could be 10 per cent more transmissible than the BA.2 strain of Omicron. Source: Getty Images/Andriy Onufriyenko

ຜູ້ຊ່ຽວຊານ ກ່າວວ່າການຕິດເຊື້ອແບບລູກປະສົມ ເກີດຂຶ້ນເມື່ອ ເຊື້ອໄວຣັສສອງສາຍທີ່ແຕກຕ່າງ ກັນຮວມເຂົ້າກັນ ແລະ ສ້າງສາຍພັນໃຫມ່ ທີ່ມີເຊື້ອໄວຣັດສາຍພັນທີ່ມີ ເຊື້ອໄວຣັສຂອງທັງສອງສາຍພັນທີ່ ມີເຊື້ອຮ່ວມກັນ.

ສາຍພັນລູກປະສົມ (Recombinants) ບໍ່ແມ່ນເຫດການທີ່ຜິດປົກກະຕິ ເມື່ອມີຫຼາຍສາຍພັນ (variants) ຢູ່ໃນການຫມູນວຽນ.

What happens when variants combine? Dr explains ⬇

— World Health Organization (WHO) Western Pacific (@WHOWPRO)

Deltacron ແລະ XE ແຕກຕ່າງຈາກ Delta ແລະ Omicron ແນວໃດ?

Deltacron ແລະ XE ແມ່ນ ສາຍພັນລູກປະສົມ (Recombinants). 

Deltacron ມີເຊື້ອທາງພັນທຸກັມຈາກເຊື້ອໄວຣັສ Delta ແລະ Omicron, ສ່ວນ XE ແມ່ນປະສົມຂອງສອງສາຍຍ່ອຍ (Sublineages Omicron)BA.1 (Omicron ສາຍພັນຕົ້ນ) ແລະ BA.2 (ສາຍພັນທີ່ເລິກລັບ).

BA.2 ແຜ່ຂຍາຍໄວກວ່າ BA.1 ແລະ ປະຈຸບັນເປັນສາເຫດຂອງການຕິດເຊື້ອໃນອອສເຕຣເລັຍ ແລະບາງປະເທດ. ການຕິດເຊື້ອ BA.2 ໃນປະຈຸບັນຢູ່ໃນບາງຣັຖຂອງ ອອສເຕຣເລັຍ ຄາດວ່າຈະສູງຂຶ້ນໃນກາງເດືອນ ເມສາ.

ຕອນນີ້ ອົງການອະນາໄມໂລກ (WHO) ໄດ້ເລີ່ມຈັບຕາເບິ່ງ BA.4 ແລະ BA.5 ນອກຈາກ BA.1.1 ແລະ BA.3 ສາຍພັນຂອງ Omicron.

ເຮົາຄວນມີຄວາມກັງວົນບໍ?

ດຣ. Maria Van Kerkhove ຜູ້ຊ່ຽວຊານຊັ້ນນໍາຂອງ ອົງການອະນາໄມໂລກ (WHO) ໄດ້ກ່າວວ່າ ພວກເຂົາເຈົ້າຮູ້ກ່ຽວກັບ Deltacron, ແຕ່ວ່າມີ 'ລະດັບການກວດພົບທີ່ຕໍ່າຫຼາຍ.'

“ເຮົາບໍ່ໄດ້ເຫັນການປ່ຽນແປງໃດໆ ໃນການລະບາດ ຂອງລູກປະສົມຂອງພະຍາດນີ້. ພວກເຮົາບໍ່ເຄີຍເຫັນການປ່ຽນແປງໃດໆໃນຄວາມຮ້າຍແຮງ. ແຕ່ກໍມີການສຶກສາຫຼາຍຢ່າງທີ່ກໍາລັງດໍາເນີນຢູ່" ດຣ. Van Kerkhove ໄດ້ກ່າວໃນສັບປະດາແລ້ວນີ້.

ສາສດາຈານ Dominic Dwyer, ທ່ານໝໍດ້ານໄວຣັສ ແລະຜູ້ອໍານວຍການ ຂອງສາທາລະນະສຸກຊຸມຊົນຣັຖ  New South Wales (New South Wales Health Pathology), ໄດ້ກ່າວວ່າ ເຊື້ອໄວຣັສ ລູກປະສົມ (recombinant), ເຊັ່ນ Deltacron, ບໍ່ໜ້າຢ້ານ ຫຼາຍກວ່າເຊື້ອໄວຣັສ Delta ຫຼື Omicron.

“ບໍ່ມີຂໍ້ມູນທາງ ການແພດໃດໆ ກ່ຽວກັບຜົນກະທົບ ຂອງ Deltacron, ເຮົາຈະບໍ່ກັງວົນຫຍັງຫຼາຍ ແຕ່ຍັງສືບຕໍ່ສໍາຫລວດ ສາຍພັນດັ່ງກ່າວ. ມາຮອດປັດຈຸບັນ ສາຍພັນເຫຼົ່ານີ້ແມ່ນບໍ່ຄ່ອຍມີ. ຢ່າງໃດກໍຕາມ, Deltaກໍາລັງສູນຫາຍໄປໃນຫຼາຍປະເທດເຊັ່ນອອສເຕຣເລັຍ," ສາດສະດາຈານ Dwyer ໄດ້ບອກກັບ SBS.

ໃນເດືອນ ກຸມພາ, Deltacron ໄດ້ຖືກຄົ້ນພົບຄັ້ງທໍາອິດໃນພາກເຫນືອຂອງປະເທດຝຣັ່ງ ແລະນັບແຕ່ນັ້ນມາກໍໄດ້ແຜ່ກະຈາຍໄປຍັງສະຫະລັດ ແລະອັງກິດ. ໃນວັນສຸກ ທີ 8 ເມສາ, NSW ໄດ້ລາຍງານວ່າມີຫນຶ່ງກໍຣະນີ ທີ່ຕິດເຊື້ອນີ້ ແລະ Queensland ໄດ້ລາຍງານວ່າ ມີຜູ້ຕິດເຊື້ອ Deltacron 12 ຄົນ.
Queensland reported 12 Deltacron infections last week. One case of Deltacron has also been detected in New South Wales.
Queensland reported 12 Deltacron infections last week. One case of Deltacron has also been detected in New South Wales. Source: AAP Image/Russell Freeman
ອົງການອະນາໄມໂລກ (WHO) ເຊື່ອວ່າ XE ທີ່ຖືກກວດພົບເປັນ ເທື່ອທໍາອິດໃນອັງກິດ ໃນ ວັນທີ 19 ມັງກອນ ນີ້ອາດ ຈະມີການຕິດແຜ່ 10 ເປີເຊັນສູງກວ່າເຊື້ອ BA.2 ແຕ່ຕ້ອງມີການຄົ້ນຄວ້າຕື່ມອີກ. WHO ໄດ້ຈັດເຊື້ອປະສົມ XE ຢູ່ພາຍໃຕ້ Omicron.

ເຈົ້າຫນ້າທີ່ຣັຖ NSW ຍັງໄດ້ລາຍງານກໍລະນີປະສົມຂອງ BA.1 ແລະ BA.2 ໃນອາທິດທີ່ຜ່ານມາ, ແຕ່ພວກເຂົາຍັງບໍ່ໄດ້ເອີ້ນມັນວ່າ XE.

ສາສດາຈານ Dwyer ໄດ້ກ່າວວ່າ ມີລູກປະສົມ BA.1 ແລະ BA.2 ນັ້ນແຕກຕ່າງກັນ, ລວມທັງXE ແລະ XG.

ສາສດາຈານ Dwyer ກ່າວວ່າ: “ເຊື້ອທີ່ພົບໃນ ອອສເຕຣເລັຍນັ້ນ ບໍ່ແມ່ນ XE (ເຊິ່ງພົບຢູ່ໃນປະເທດອັງກິດແລະພາກເຫນືອຂອງຢູໂຣບ) ເບິ່ງຄືວ່າບໍ່ຄ່ອຍມີຫຼາຍ."
ຢາວັກຊີນໃນປະຈຸບັນມີປະສິດທິພາບຕໍ່ Deltacron ຫຼືບໍ່?

ສາສດາຈານ Dwyer ໄດ້ກ່າວວ່າ ຢາວັກຊີນຕົ້ນຕໍແມ່ນມີປະຕິກິຣິຍາຕໍ່ໂປຣຕີນ Spike ຂອງເຊື້ອໄວຣັສ. ດັ່ງນັ້ນ ໃນເຂດ spike (DeltaຫຼືOmicron) ທີ່ມີຢູ່ໃນ Deltacron ສ່ວນຫຼາຍຈະກໍານົດປະສິດທິພາບຂອງຢາ.

ມາຮອດປັດຈຸບັນນີ້, ບໍ່ມີຫລັກຖານວ່າ ປະສິດທິພາບ ຂອງຢາວັກຊີນ ຈະແຕກຕ່າງຕໍ່ Deltacron ເມື່ອ ປຽບທຽບໃສ່ກັບເຊື້ອໄວຣັສ Delta  ຫລື  Omicron." ທ່ານກ່າວ, ໂດຍກ່າວຕື່ມວ່າ ຍັງບໍ່ມີເຊື້ອໄວຣັສ Deltacron ພຽງພໍເພື່ອຈະຮູ້ເຖິງປະສິດທິພາບຂອງຢາວັກຊີນ.
Health experts say there is not enough cases of Deltacron and XE to determine whether the current COVID-19 vaccines are effective against new variants.
Health experts say there are not enough Deltacron and XE cases to determine whether the current COVID-19 vaccines are effective against new variants. Source: AAP Image/Richard Wainwright
ຜູ້ອຳນວຍການ ຂອງ Global Health Neurology Lab ແລະ COVID-19 Reprogram Global Consortium ໃນ Sydney, Dr Sonu Bhaskar, ໄດ້ກ່າວວ່າການຄວບຄຸມ Deltacron ຈະຕ້ອງມີຫຼັກການດຽວກັນກັບຕົວປ່ຽນ COVID-19 ອື່ນ.

Dr Bhaskar ກ່າວວ່າ “ນີ້ອາດຈະເປັນຂ່າວດີ ແຕ່ເຖິງຢ່າງໃດກໍຕາມ, ພວກເຮົາບໍ່ຄວນເຮັດຜິດພາດໃນການບໍ່ເອົາໃຈໃສ່ຕໍ່ Deltacron, ແລະຈະຕ້ອງມີການຄວບຄຸມ ແນວພັນທີ່ດໍາເນີນຕໍ່ໄປຂອງ Deltacron ເພື່ອທີ່ຈະຮູ້ວ່າສາຍພັນ (variant) ນີ້ກໍາລັງພັດທະນາແລະ ຂ້າມເຂດແດນໃນ ອອສເຕຣເລັຍ ແລະ ທົ່ວໂລກແນວໃດ."

"ນອກຈາກນີ້, ອາດຈະມີຫລາຍກວ່າຫນຶ່ງຊະນິດຂອງ ສາຍພັນ (variant) ທີ່ແຜ່ຂະຫຍາຍໄປທົ່ວໂລກ ໃນຂະນະທີ່ການ ເຊື້ອປະສົມຂອງ Deltacron ເຊິ່ງໄດ້ລາຍງານຢູ່ໃນອັງກິດ ແລະ ສະຫະລັດເບິ່ງຄືວ່າ ແຕກຕ່າງຈາກການ ເຊື້ອປະສົມທີ່ໄດ້ລາຍງານ ຢູ່ໃນປະເທດຝຣັ່ງ."
ຢາວັກຊີນປະຈຸບັນມີປະສິດທິພາບຕໍ່ XE ບໍ່?

ສາດສະດາຈານ Dwyer ໄດ້ກ່າວວ່າ ເນື່ອງຈາກວ່າໂປຣຕີນ Spike ໃນ XE ແມ່ນມາຈາກ Omicron, ຢາວັກຊີນຄວນຈະມີປະສິດທິພາບ.

"ແຕ່ຍັງບໍ່ມີຂໍ້ມູນພຽງພໍທີ່ຈະຮູ້ແນ່ນອນ ເຊື້ອປະສົມເຫລົ່ານີ້ ບໍ່ເປັນທີ່ໄດ້ເຫັນຫຼາຍທົ່ວໄປໃນເວລານີ້."ສາດສະດາຈານ Dwyer ກ່າວ.

ການປ້ອງກັນ

ດຣ Van Kerkhove ໄດ້ກ່າວວ່າ ເຊື້ອໄວຣັສນີ້ ຍັງຢູ່ກັບພວກເຮົາຢູ່.

"ມັນແມ່ນການກະຈາຍໃນລະດັບທີ່ຮຸນແຮງແທ້ໆ, ແລະພວກເຮົາຈໍາເປັນຕ້ອງໃຊ້ເຄື່ອງມືທັງຫມົດທີ່ພວກເຮົາມີຢູ່ໃນການຮັບມື. ເຄື່ອງມືເຫຼົ່ານີ້ແມ່ນ ຢາວັກຊີນແລະທີ່ສໍາຄັນໄປກວ່ານັ້ນແມ່ນການສັກຢາວັກຊີນປ້ອງກັນ."

 "ພວກເຮົາຕ້ອງເຮັດໃຫ້ແນ່ໃຈວ່າ ເມື່ອຮອດຜຽນຂອງທ່ານ, ທ່ານຕ້ອງຮັບການສັກຢາ ແລະ ໄດ້ຮັບການ ສັກຢາຄົບທຸກເຂັມທີ່ທ່ານຕ້ອງສັກ”. ນາງກ່າວຕື່ມວ່າ, “ເຮົາຕ້ອງເຮັດຕາມມາດຕະການອື່ນໆ ເຊັ່ນ ການຢູ່ເວັ້ນຣະຍະທາງຮ່າງກາຍ, ການໃສ່ຫນ້າກາກ, ຫລີກເວັ້ນຈາກບ່ອນທີ່ມີຄົນຫລາຍ ແລະ ເປີດປ່ອງຢ້ຽມ ແລະປະຕູ ເມື່ອຢູ່ໃນເຮືອນ.”

Dr Bhaskar ບໍ່ໄດ້ປະຕິເສດໃນຄວາມເປັນໄປໄດ້ ໃນກໍລະນີ Deltacron ຫຼື XE ທີ່ຈະແຜ່ລາມຫລາຍຂຶ້ນ ໃນຣັຖ New South Wales ຍ້ອນຕົວຢ່າງໃນປັດຈຸບັນທີ່ບໍ່ໄດ້ມີການເດົາສຸ່ມ ທີ່ດີພໍ.

ຕອນນີ້ຣັຖ NSW ໃຫ້ຄວາມສໍາຄັນ ຕໍ່ຜູ້ປ່ວຍທີ່ໄດ້ຮັບການເຂົ້າໂຮງຫມໍ ແລະ ICUs ໃນຣັຖ ທີ່ຕິດເຊື້ອຕົວແທ້  (whole-genome sequencing-ບໍ່ແມ່ນເຊື້ອປະສົມ).

ຖ້າທ່ານມີອາການດັ່ງຕໍ່ໄປນີ້, ໃຫ້ໂທຫາຫນ່ວຍບໍລິການສຸກເສີນໃນ 000 ທັນທີແລະໃຫ້ທ່ານບອກຜູ້ ຕອບໂທລະສັບ ວ່າທ່ານເຄີຍຖືກກວດພົບວ່າເປັນ COVID-19

  • ການຫາຍໃຈບໍພໍ ຫຼື ຫາຍໃຈຍາກ
  • ເຈັບຫນ້າເອິກຫຼື ແໜ້ນໜ້າເອິກທີ່ຮຸນແຮງ
  • ເປັນໄຂ້ໃຫມ່ ຫຼື ໄຂ້ເກົ່າທີ່ກັບມາຄືນ
  • ຄວາມສາມາດໃນສະມາທິຫຼຸດລົງ ແລະ ສັບສົນຫຼາຍຂຶ້ນ
  • ຕື້່ນນອນຍາກ   
ຖ້າທ່ານມີອາການອື່ນໆຫຼັງຈາກຟື້ນຕົວຈາກ COVID-19, ໃຫ້ຕິດຕໍ່ກັບນາຍໝໍຂອງທ່ານ ຫຼືຜູ້ໃຫ້ບໍລິການສຸຂະພາບອື່ນໆຂອງທ່ານ (ແຫຼ່ງຂໍ້ມູນ: Healthdirect).

SBS ມີຄວາມມຸ່ງຫມັ້ນທີ່ຈະອັບເດດຂໍ້ມູນ COVID-19 ທັງຫມົດ ໃຫ້ແກ່ຊຸມຊົນ ທີ່ມີຫຼາຍວັດທະນະທັມແລະຫຼາຍພາສາຂອງອອສເຕຣເລັຍ. ເພື່ອຄວາມຄວາມປອດໄພແລະຮັບຂໍ້ມູນໂດຍການເຂົ້າໄປ ເວັບໄຊທ໌ SBS Coronavirus ເປັນປະຈໍາ, ເຊິ່ງມີຂໍ້ມູນຫຼ້າສຸດໃນພາສາຂອງທ່ານ.


Share
Published 14 June 2022 3:04pm
Updated 12 August 2022 2:56pm
By Sahil Makkar, Sak Phoumirath


Share this with family and friends