Latest

ການເສັຍຊີວິດທົ່ວໂລກຫຼຸດລົງ 15 ເປີເຊັນ; ບ້ານດູແລຜູ້ສູງອາຍຸຂອງອອສເຕຣເລັຍຈະໄດ້ຮັບເງິນຊ່ອຍເຫຼືອເພີ່ມເຕີມ

This is your update on COVID-19 in Australia for 25 August.

COVID19 AGED CARE ADF SUPPORT

Royal Australian Navy sailors speaking with Western Australia aged-care facility residents as part of Operation COVID-19 Assist. (AAP Image/Supplied by Australian Defence Force) Credit: LSIS ERNESTO SANCHEZ/PR IMAGE

ຈຸດສຳຄັນ
  • ອອສເຕຣເລັຍໃຫ້ການ ສນັບສນູນ ແກ່ບ້ານດູແລຜູ້ສູງອາຍຸ ຈົນເຖິງວັນທີ 31 ທັນວາ
  • ການປ່ຽນອະໄວຍະວະໄດ້ຫຼຸດລົງ ໃນລະຫວ່າງການລະບາດຂອງໂຣກ
  • ສະຕີຫມາຍເລກນຶ່ງຂອງສະຫະຣັດ Jill Biden ມີຜົນກວດໂຄວິດ ທີ່ກັບຄືນມາ ໃໝ່ເປັນບວກ
ໃນວັນພະຫັດ, ອອສເຕຣເລັຍລາຍງານວ່າ ມີຜູ້ເສັຍຊີວິດ ຢ່າງຫນ້ອຍ 43 ຄົນຍ້ອນCOVID-19 ຮວມທັງ 29 ຄົນໃນຣັດ New South Wales ແລະ 12ຄົນ ໃນຣັດ Queensland.

ກວດເບິ່ງແນວໂນ້ມ ຫຼ້າສຸດຂອງ COVID-19 ສໍາລັບກໍລະນີຜູ້ປ່ວຍໃຫມ່, ການຮັກສາໃນໂຮງຫມໍ ແລະການເສັຍຊີວິດ ໃນອອສເຕຣເລັຍ ທີ່ນີ້

ຣັຖບານອອສເຕຣເລັຍໄດ້ໃຫ້ທຶນເພີ່ມເຕີມສໍາລັບຜູ້ໃຫ້ການດູແລຜູ້ສູງອາຍຸ ເພື່ອຈັດການກັບຜົນກະທົບໂດຍກົງຂອງ COVID-19.

ຣັຖບານຍັງໄດ້ຕັດສິນໃຈສືບຕໍ່ ຈັດຫາອຸປະກອນປ້ອງກັນສ່ວນຕົວ ແລະ RATs ໃຫ້ແກ່ບ້ານດູແລຜູ້ສູງອາຍຸ ຈົນເຖິງວັນທີ 31 ທັນວາ.

ໃນລາຍງານຫຼ້າສຸດຂອງສະຖາບັນສຸຂະພາບ ແລະສວັດດີການຂອງອອສເຕຣເລັຍ (Australian Institute of Health and Welfare) ໄດ້ກ່າວວ່າ ການລະບາດ ຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງ ຕໍ່ການບໍລິຈາກ ອະໄວຍະວະ ແລະກິດຈະກັມການຜ່າຕັດປ່ຽນອະໄວຍະວະ ໃນປະເທດ.

ມີການຣະບຸວ່າການຜ່າຕັດປ່ຽນຫມາກໄຂ່ຫລັງ ໄດ້ຫລຸດລົງ 18 ເປີເຊັນ ຈາກຜູ້ບໍລິຈາກທີ່ເສັຍຊີວິດໄປໃນປີ 2020 ເມື່ອທຽບໃສ່ປີ 2019. ມີການຫຼຸດລົງຕື່ມອີກເຖິງ 6.8 ເປີເຊັນ ໃນປີ 2021 ເມື່ອທຽບໃສ່ປີ 2020.

ສະຕີໝາຍເລກນຶ່ງຂອງ ສະຫະຣັດ Jill Biden ໄດ້ທົດສອບໃນທາງບວກໃນກໍລະນີຂອງການກັບມາໃໝ່ຂອງ COVID-19. ນາງບໍ່ມີອາການໃດໆ ແລະ ນາງໄດ້ອອກຈາກ ການແຍກໂຕໃນວັນອາທິດ.

ອົງການອະນາໄມໂລກໄດ້ຣະບຸໃນລາຍງານຫຼ້າສຸດວ່າ ກໍລະນີ COVID-19 ໃນທົ່ວໂລກ ໄດ້ຫລຸດລົງ 9 ເປີເຊັນ ແລະການເສັຍຊີວິດ ໄດ້ຫລຸດລົງ 15 ເປີເຊັນ ສໍາລັບອາທິດ ທີ່ສິ້ນສຸດລົງໃນວັນທີ 21 ສິງຫານີ້.

ຍີ່ປຸ່ນ, ເກົາຫຼີ, ສະຫະຣັດ, ເຢັຍຣະມັນ ແລະຣັສເຊັຍໄດ້ລາຍງານກໍລະນີຜູ້ຕິດເຊື້ອທີ່ສູງທີ່ສຸດໃນໂລກ.

ຊອກຫາຄລີນິກການກວດ COVID-19

ລົງທະບຽນຜົນກວດ RAT ຂອງທ່ານບ່ອນນີ້,ຖ້າຜົນກວດເປັນບວກ.

ກ່ອນທ່ານເດີນທາງໄປຕ່າງປະເທດ, ກວດເບິ່ງຂໍ້ກຳໜົດຫຼ້າສຸດ ແລະຄຳແນະນຳ

ຂໍ້ມູນເພື່ອຊ່ອຍຄວາມເຂົ້າໃຈ

ອ່ານຂໍ້ມູນກ່ຽວກັບ COVID-19 ໃນພາສາຂອງທ່ານ ໄດ້ທີ່:


Share
Published 30 August 2022 5:08pm
By SBS, Sak Phoumirath
Source: SBS


Share this with family and friends