ນີ້ຄືວິທີ ທີ່ຈະຢູ່ຢ່າງປອດພັຍ ເມື່ອການແຍກຕົວເອງພາກບັງຄັບ ສິ້ນສຸດລົງ

ຊາວອອສເຕຣເລັຍຫຼາຍຄົນ ມີຄວາມກັງວົນ ກ່ຽວກັບຄວາມເປັນຢູ່ ຂອງເຂົາເຈົ້າ ເນື່ອງຈາກການບັງຄັບກັກຕົວເອງ ສໍາລັບຜູ້ທີ່ມີເຊື້ອ COVID-19 ໄດ້ສິ້ນສຸດລົງໃນວັນທີ 14 ຕຸລານີ້.

NSW CORONAVIRUS COVID19 SAFE TRANSPORT

Workers clean the carriage of a public train at Central Station in Sydney. (file) Source: AAP / JOEL CARRETT/AAPIMAGE

ຈຸດສຳຄັນ
  • COVID-19 ຍັງຄົງເປັນພັຍຂົ່ມຂູ່ຕໍ່ຊາວອອສເຕຣເລັຍ: Steve Robson ປະທານ AMA
  • ດຣ Kerry Chant ແນະນໍາໃຫ້ພະນັກງານຫາລືກ່ຽວກັບ ແຜນຮັກສາຄວາມປອດພັຍ ດ້ານສຸຂະພາບກັບນາຍຈ້າງ
  • ຜູ້ຊ່ຽວຊານກ່າວວ່າ ການສັກຢາວັກຊີນຍັງຄົງເປັນການປ້ອງກັນທີ່ດີທີ່ສຸດຕໍ່ COVID
Jenny Choo ຊາວເມືອງ Sydney ແລະເປັນແມ່ຂອງລູກສາມຄົນ ບໍ່ພໍໃຈຍ້ອນການຕັດສິນໃຈ ຂອງຄນະຣັຖມົນຕີແຫ່ງຊາດ ທີ່ຈະຍົກເລີກໄລຍະ ເວລາການແຍກໂຕທີ່ບັງຄັບ, ແລະລາວເອີ້ນມັນວ່າ "ຜິດ".

ນາງກັງວົນ ກ່ຽວກັບລູກຂອງນາງ ຜູ້ທີ່ມີອາຍຸຕໍ່າກວ່າຫ້າປີ ແລະ ຍັງບໍ່ມີສິດໄດ້ຮັບຢາວັກຊີນ COVID.

ນາງ Choo ບອກກັບ SBS ວ່າ "ລູກຂອງຂ້ອຍສາມາດຕິດເຊື້ອ COVID ໄດ້ຈາກສະຖານທີ່ດູແລເດັກ, ຈາກຄູສອນ ແລະພະນັກງານ ເນື່ອງຈາກຜູ້ປ່ວຍ ທີ່ເປັນບວກ ບໍ່ຈຳເປັນຕ້ອງແຍກຕົວ ອີກຕໍ່ໄປ.”

ອອສເຕຣເລັຍ ອະນຸຍາດໃຫ້ມີການ ສັກຢາວັກຊີນ ໃນເດັກນ້ອຍ ທີ່ມີອາຍຸຕ່ໍາກວ່າຫ້າປີ ທີ່ມີຄວາມສ່ຽງເທົ່ານັ້ນ, ໃນຂນະທີ່ເດັກນ້ອຍ ທີ່ມີອາຍຸສູງກວ່າຫ້າປີ ມີສິດໄດ້ຮັບຢາວັກຊີນ COVID-19 ສອງເຂັມ.

COVID ຍັງຄົງເປັນໄພຂົ່ມຂູ່ທີ່ສໍາຄັນ

ປະທານ ສະມາຄົມການແພດຂອງ ອອສເຕຣເລັຍ (Australian Medical Association) ທ່ານ Steve Robson ກ່າວວ່າ ຣັຖບານ ແລະປະຊາຊົນຍັງຕ້ອງມີຄວາມຕື່ນໂຕ ແລະບໍ່ລືມຄວາມສຳຄັນຂອງການລະບາດ ເຖິງແມ່ນວ່າ ການຕິດເຊື້ອ COVID ມີຫນ້ອຍລົງ ຮວມທັງການເຂົ້າໂຮງຫມໍ ແລະການເສັຍຊີວິດ ກໍຕາມ.

COVID ຍັງເປັນໄພຂົ່ມຂູ່ຕໍ່ສຸຂະພາບ, ເສດຖະກິດ ແລະ ລະບົບສຸຂະພາບຂອງພວກເຮົາ
ສາດສະດາຈານ Robson ກ່າວວ່າ ຊາວອອສເຕຣເລັຍມີຄວາມສ່ຽງຫຼາຍຂຶ້ນ ໃນຂນະທີ່ ພູມຄຸ້ມກັນຈາກການສັກຢາກໍາລັງເສື່ອມລົງ, ແລະຍັງມີອີກຄື້ນນຶ່ງກໍາລັງກໍ່ໂຕຢູ່ໃນຊີກໂລກເຫນືອ.

ທ່ານ ສາດສະດາຈານ Robson ກ່າວວ່າ "ຂ່າວສານ ທີ່ພວກຜູ້ນໍາ ທາງການເມືອງໄດ້ສົ່ງມານັ້ນ ແມ່ນວ່າມັນ (ໂຣກລະບາດ) ໄດ້ຫມົດໄປຫມົດແລ້ວ, ແຕ່ມັນຍັງໄກຈາກຄວາມຈິງ."

ຈະຫຼີກລ່ຽງການຕິດເຊື້ອ COVID ຢູ່ບ່ອນເຮັດວຽກທ່າມກາງການປ່ຽນແປງໃຫມ່ແນວໃດ?

ພວກນັກຊ່ຽວຊານກ່າວວ່າ ພວກຄົນງານຄວນສືບຕໍ່ປະຕິບັດຕາມແນວທາງປະຕິບັດເດີມ ທີ່ເຮັດໃຫ້ພວກເຂົາເຈົ້າປອດພັຍ ຕັ້ງແຕ່ການລະບາດໄດ້ເລີ້ມຂຶ້ນ.

ທ່ານຫມໍ Kerry Chant ຫົວຫນ້າສຸຂະພາບ NSW ກ່າວວ່າ "ພວກເຮົາທຸກຄົນຮູ້ຈາກປະສົບການທີ່ເຮັດວຽກໄດ້ດີທີ່ສຸດເພື່ອປົກປ້ອງເຊິ່ງກັນ ແລະກັນຈາກ COVID-19, ດັ່ງນັ້ນ, ກະລຸນາ ປະຕິບັດຕາມຂັ້ນຕອນທີ່ງ່າຍ ແຕ່ສໍາຄັນເຫຼົ່ານັ້ນຕໍ່ໄປ."

"ພວກເຮົາຮຽກຮ້ອງໃຫ້ເຮົາຢູ່ເຮືອນຖ້າມີອາການໄຂ້ຫວັດ ຫຼືໄຂ້ຫວັດໃຫຍ່ເຊັ່ນ:ນ້ຳມູກໄຫຼ, ເຈັບຄໍ, ໄອ ຫຼືມີໄຂ້. ແລະໃຫ້ໄປກວດ" ນາງກ່າວຕື່ມ.
ທ່ານຫມໍ Chant ກ່າວວ່າ ເຮົາຄວນຈະລົມກັບນາຍຈ້າງ ກ່ຽວກັບການ ກັບຄືນໄປບ່ອນເຮັດວຽກຢ່າງປອດພັຍ, ດ້ວຍຄວາມສ່ຽງ ທີ່ຈະໄດ້ຮັບການ ຈັດການພາຍໃຕ້ໂຄງຮ່າງດ້ານສຸຂະພາບ ແລະຄວາມປອດພັຍ ທາງດ້ານອາຊີບ (Occupational Health and Safety Frameworks)

ຣັດ ແລະ ເຂດປົກຄອງ ມີກົດຫມາຍດ້ານສຸຂະພາບ ແລະ ຄວາມປອດພັຍໃນການເຮັດວຽກຂອງຕົນເອງ ເພື່ອຈັດການຄວາມສ່ຽງຕໍ່ສຸຂະພາບ ແລະ ຄວາມປອດພັຍຂອງພະນັກງານ, ຜູ້ມາຢ້ຽມຢາມ, ລູກຄ້າ ແລະ ຜູ້ໃຊ້ບໍລິການ ຢູ່ບ່ອນເຮັດວຽກ.

ເຖິງແມ່ນວ່າມັນເປັນຄວາມຮັບຜິດຊອບຂອງນາຍຈ້າງໃນການສນອງສະພາບແວດລ້ອມການເຮັດວຽກທີ່ປອດພັຍ, ພະນັກງານກໍມີພັນທະ ທີ່ຈະດູແລສຸຂະພາບ ແລະຄວາມປອດພັຍຂອງເຂົາເຈົ້າ ແລະໃຫ້ແນ່ໃຈວ່າພວກເຂົາບໍ່ທໍາຮ້າຍຄົນອື່ນ.
ທ່ານສາດສະດາຈານ Robson ໄດ້ກ່າວວ່າ ກໍລະນີໃນທາງບວກຂອງ COVID ຕ້ອງມີຄວາມລະມັດລະວັງ ຕໍ່ຜູ້ຄົນທີ່ເຂົາເຈົ້າມີຄວາມໃກ້ຊິດ.

ທ່ານກ່າວວ່າ "ຖ້າຫາກທ່ານມີອາການ ຫຼືມີ COVID ເມື່ອບໍ່ດົນມານີ້, ໃຫ້ແນ່ໃຈວ່າ ທ່ານຈະຫຼຸດຜ່ອນວິທີ ທີ່ທ່ານອາດຈະແຜ່ຂຍາຍການຕິດເຊື້ອໃຫ້ແກ່ຊາວອອສເຕຣເລັຍຄົນອື່ນໆ."

ເຖິງຢ່າງໃດກໍ່ຕາມ, ທ່ານ ສາດສະດາຈານ Robson ຢ້ານວ່າ ການລາຍງານຂອງ ຈຳນວນຜູ້ປ່ວຍທີ່ຕ່ຳກວ່າຄວາມຈິງ ຈະເຮັດໃຫ້ພະນັກງານທາງການແພດ ມີຄວາມຫຍຸ້ງຍາກ ທີ່ຈະຮູ້ເຖິງຄວາມຈິງ ຂອງການແພ່ເຊື້ອ COVID ໃນຊຸມຊົນ.

ທ່ານຕິດເຊື້ອດົນປານໃດ?

ຄວາມຈຳເປັນ ໃນການແຍກຕົວເອງໄດ້ສິ້ນສຸດລົງແລ້ວ, ແຕ່ໄລຍະເວລາການຕິດເຊື້ອ ຍັງບໍ່ປ່ຽນແປງ.

ທ່ານຫມໍ Chant ກ່າວວ່າ ຄົນເຮົາສາມາດຕິດເຊື້ອ COVID ໄດ້ເຖິງ 10 ມື້, ແຕ່ພວກເຂົາຈະແພ່ເຊື້ອຫຼາຍທີ່ສຸດ ໃນສອງມື້ ກ່ອນທີ່ອາການຂອງພວກເຂົາຈະເລີ່ມຕົ້ນ ແລະຈົນກວ່າ ອາການຂອງພວກເຂົາຈະຫມົດໄປ.

ນາງຮຽກຮ້ອງໃຫ້ຄົນທີ່ມີເຊື້ອ COVID-19 ໃສ່ຫນ້າກາກໃນເຮືອນ ແລະໃນຣະບົບຂົນສົ່ງສາທາຣະນະ.

ເຂົາເຈົ້າຄວນຫລີກເວັ້ນຈາກການຊຸມນຸມໃຫຍ່, ສະຖານທີ່ໃນຮົ່ມທີ່ມີ ຄົນມາເຕົ້າໂຮມກັນຢູ່ ແລະສະຖານທີ່ ທີ່ມີຄວາມສ່ຽງສູງເຊັ່ນໂຮງຫມໍ ແລະສະຖານທີ່ດູແລຜູ້ສູງອາຍຸ ຫຼືຄົນພິການຢ່າງຫນ້ອຍເຈັດມື້, ທ່ານຫມໍ Chant ກ່າວຕື່ມ.

ພວກນັກຊ່ຽວຊານກ່າວວ່າ ການສັກຢາວັກຊີນຕາມຄຳແນະນຳຍັງຄົງເປັນການປົກປ້ອງທີ່ດີທີ່ສຸດຕໍ່ COVID.

ຖ້າຫາກວ່າທ່ານເປັນຄົນ ໃກ້ຊິດ ເດ?

NSW Health ແນະນໍາວ່າ ການຕິດຕໍ່ຢ່າງໃກ້ຊິດ, ທ່ານຄວນ:
  • ຕິດຕາມເບິ່ງອາການ
  • ຮັບການທົດສອບ ແລະຢູ່ເຮືອນຖ້າເຈັບປ່ວຍ
  • ຫຼີກລ້ຽງສະຖານທີ່ ທີ່ມີຄວາມສ່ຽງສູງເຊັ່ນ: ໂຮງຫມໍ, ສະຖານທີ່ດູແລຜູ້ສູງອາຍຸ ຫຼືຜູ້ພິການເປັນເວລາເຈັດມື້
  • ຫຼີກລ້ຽງການໄປຢ້ຽມຢາມຜູ້ທີ່ມີຄວາມສ່ຽງສູງຕໍ່ການເຈັບປ່ວຍຫນັກ
  • ໃສ່ຫນ້າກາກເມື່ອຢູ່ພາຍໃນເຮືອນ ແລະໃນການຂົນສົ່ງສາທາຣະນະ
  • ກວດ RATs ເລື້ອຍໆ
 ການບັນເທົາ ສໍາລັບບາງຄົນ

ປະຊາຊົນບາງຄົນ ໄດ້ບັນຍາຍເຖິງການສິ້ນສຸດລົງຂອງການຢູ່ໂດດດ່ຽວທີ່ຈໍາເປັນ ວ່າເປັນການບັນເທົາ ທັງພໍ່ ແມ່ ແລະລູກ.

Sangeetha ທີ່ແປັນແມ່ຂອງລູກສອງຄົນກ່າວວ່າ: "ບໍ່ມີຄວາມເຄັ່ງຕຶງທາງຈິດໃຈ ແລະຄວາມຢ້ານກົວ ອີກຕໍ່ໄປ. ທຸກຄົນມີປະສົບການໃນການດໍາລົງຊີວິດກັບ COVID, ບໍ່ວ່າອາຍຸ ແລະຂໍ້ຈໍາກັດ. ບັດນີ້ ມັນເຖິງເວລາແລ້ວ ທີ່ຈະກັບຄືນໄປສູ່ເວລາປັດຈຸບັນ"

ຄູສອນການສຶກສາພິເສດ ແລະແມ່ຂອງລູກຫ້າຄົນ, Kelly Ford, ບັນຍາຍເຖິງການສິ້ນສຸດຂອງກົດລະບຽບການໂດດດ່ຽວ COVID ວ່າເປັນ "ວິເສດ ຢ່າງຍິ່ງ".

ນາງກ່າວວ່າ "ນັກຮຽນໄດ້ຂາດການ ເຂົ້າເຖິງຊຸມຊົນ ເພື່ອມີສ່ວນຮ່ວມໃນຊີວິດ ແລະທັກສະ ທາງສັງຄົມທີ່ສໍາຄັນ”.

"ໄດ້ມີການວາງແຜນສໍາລັບຄ້າຍໂຮງຮຽນ, ກິລາກາງແຈ້ງ ແລະທັດສນະສຶກສາ ທີ່ຫນ້າຕື່ນເຕັ້ນຫຼາຍຢ່າງ. ຊີວິດກັບຄືນມາດີຄືນອີກແລ້ວ!"

ຊາວອອສເຕຣເລັຍກັງວົນກ່ຽວກັບການກັບຄືນໄປເຮັດວຽກ, ກັບໄປໂຮງຮຽນ ຫຼືສະຖານທີ່ການສຶກສາ ທ່າມກາງການປ່ຽນແປງກົດລະບຽບ COVID ສາມາດ ຂໍຄວາມຊ່ວຍເຫຼືອໃນຣັດ ແລະເຂດປົກຄອງຂອງຕົນໄດ້.

ACT —ເຂົ້າເຖິງບໍຣິການສຸຂະພາບຈິດ ໃນ Canberra 1800 629 354

NSW — ສາຍສຸຂະພາບຈິດ (Mental Health Line) ທີ່ 1800 011 511

NT — ສາຍສຸຂະພາບຈິດ ເຂດພາກເຫນືອ ໃນ Northern Territory ທີ່ 1800 682 288

QLD — ສາຍການເຂົ້າເຖິງສຸຂະພາບຈິດ ທີ່ 1300 MH CALL ຫຼື 1300 642 255

SA — Beyond Blue Coronavirus ບໍລິການສນັບສນູນສຸຂະພາບຈິດ ທີ່ 1800 512 348

TAS — ການຊ່ວຍເຫຼືອດ້ານສຸຂະພາບຈິດ ທີ່ 1800 332 388

VIC — Head to Help ທີ່ 1800 595 212

WA — ສາຍຕອບສນອງສຸກເສີນດ້ານສຸຂະພາບຈິດ 1300 555 733

SBS ມີຄວາມມຸ່ງຫມັ້ນທີ່ຈະສນອງການປັບປຸງຂໍ້ມູນຫຼ້າສຸດກ່ຽວກັບ COVID-19 ທັງຫມົດ ໃຫ້ແກ່ຊຸມຊົນທີ່ມີຫຼາຍວັທະນະທັມ ແລະຫຼາຍພາສາຂອງອອສເຕຣເລັຍ. ຢູ່ຢ່າງປອດພັຍ ແລະ ຮັບຮູ້ຂໍ້ມູນໂດຍການໄປຢ້ຽມຢາມເປັນປະຈໍາ ທີ່:


Share
Published 19 October 2022 2:13pm
By Yumi Oba, Sahil Makkar
Presented by Sak Phoumirath
Source: SBS


Share this with family and friends