ໂຣກຣະບາດ ໂຄວິດ-19 ຈະສິ້ນສຸດເມື່ອໃດ? ນີ້ແມ່ນຜູ້ຕັດສິນ.

ພວກນັກຊ່ຽວຊານ ກ່າວວ່າ ອັດຕາການສັກຢາທີ່ສູງຂຶ້ນ ແລະ ການຫລຸດຜ່ອນຂໍ້ຈໍາກັດຂອງ ໂຣກ coronavirus ແມ່ນບໍ່ພຽງພໍທີ່ຈະເວົ້າວ່າ ການລະບາດນັ້ນ ໄດ້ໝົດໄປ ທັງຢູ່ໃນ ອອສເຕຣເລັຍ ຫລື ບ່ອນອື່ນ.

Scientists believe COVID will transition from pandemic to endemic over time.

Scientists believe COVID will transition from pandemic to endemic over time. (file) Source: Getty/Tempura

ນັ້ນເປັນການປະກາດຂອງຜູ້ອໍານວຍການໃຫຍ່ ຂອງອົງການອະນາໄມໂລກໃຊ້ເວລາທຸກໆສາມເດືອນ ຕາມຄໍາແນະນໍາ ຂອງຄນະກັມການສຸກເສີນ.

ຄນະກັມການສຸກເສີນ ເຊິ່ງປະກອບມີຜູ້ຊ່ຽວຊານລະດັບສາກົນ ໄດ້ພົບກັນ 11 ຄັ້ງ ນັບຕັ້ງແຕ່ການຣະບາດຂອງພະຍາດ ໂຄວິດ-19 ໄດ້ຖືກປະກາດເປັນ ພາວະສຸກເສີນດ້ານສາທາຣະນະສຸກຂອງຄວາມກ່ຽວຂ້ອງສາກົນ ( Public Health Emergency of International Concern- PHEIC), ຫຼື ການລະບາດຂອງພະຍາດຣະບາດ, ໃນເດືອນມົກະຣາ 2020.

ໃນທີ່ປະຊຸມຄັ້ງຫຼ້າສຸດ ເມື່ອວັນທີ 11 ເມສາ 2022 ຄນະກັມການໄດ້ເຫັນດີເປັນເອກະພາບວ່າ ການລະບາດຂອງພະຍາດ ໂຄວິດ-19 ສືບຕໍ່ສົ່ງຜົນກະທົບຕໍ່ປະຊາກອນທົ່ວໂລກ, ກໍ່ໃຫ້ເກີດຄວາມສ່ຽງຕໍ່ການແຜ່ລະບາດຂອງສາກົນຢ່າງຕໍ່ເນື່ອງ ແລະ ຮຽກຮ້ອງໃຫ້ມີການປະສານງານຣະດັບສາກົນ.

ການຕັດສິນໃຈຂອງ WHO ແມ່ນມີຄວາມຜູກມັດກັບຫລາຍກວ່າ 190 ປະເທດທີ່ເປັນຜູ້ລົງນາມ, ຮວມທັງ ອອສເຕຣເລັຍດ້ວຍ.
Members of the public wait to be tested at a pop up COVID clinic in Melbourne's North, Wednesday, December 22, 2021. Victoria is considering tightening indoor mask mandates, as testing sites continue to be inundated. (AAP Image/Joel Carrett) NO ARCHIVING
Australia is preparing for a fresh wave from Omicron's two new sub-lineages, BA.5 and BA.4. Source: AAP Image/Joel Carrett

ສາສດາຈານ Stephen Li, ຜູ້ອໍານວຍການສະຖາບັນການແພດ ແລະການຄົ້ນຄວ້າທາງການແພດໃນ NSW, ໄດ້ກ່າວວ່າ ຂີດຈຳກັດຕ່າງໆເຊັ່ນ ພຶດຕິກັມຂອງຄົນ, ຜົນກະທົບທາງດ້ານເສດຖະກິດ, ການຕາຍ ແລະ ການຕິດໂຣກ ຈະເປັນຕົວຕັດສິນກ່ຽວກັບຊະຕາກັມຂອງການລະບາດໃນປະຈຸບັນ.

ສາສດາຈານ Li ເຊື່ອວ່າສໍານວນທີ່ວ່າ "ບໍ່ເປັນໂລກລະບາດອີກຕໍ່ໄປ" ເປັນພຽງແຕ່ຄວາມຫວັງໃນຕອນນີ້.

ເຮົາອາດຈະບໍ່ໄດ້ຍິນເລື່ອງນີ້ ໃນອະນາຄົດ ເວັ້ນເສັຍແຕ່ ເຊື້ອໄວຣັສ ຈະກາຍເປັນພັນເປັນ ເຊື້ອທີ່ບໍ່ຮຸນແຮງ. ແລະ ພວກເຮົາມີຢາວັກຊີນ ແລະ ຢາ ທີ່ດີກວ່າເກົ່າ ແລະເປັນຢາສະເພາະ.

ຣາຍງານ ຈາກອົງການ WHO ແລະ ໃນທົ່ວໂລກ ສະແດງໃຫ້ເຫັນວ່າ ເຊື້ອໄວຣັສ ນີ້ໄດ້ກາຍພັນ ໄປແລ້ວຫລາຍເທື່ອ ແຕ່ບໍ່ໄດ້ສູນເສັຍການລະບາດ ຂອງເຊື້ອໄວຣັສ. ມັນຍັງສືບຕໍ່ເຮັດໃຫ້ເກີດພະຍາດຮຸນແຮງ ແລະ ການເສັຍຊີວິດ.

ນັກຄົ້ນຄວ້າຈາກ ມະຫາວິທຍາລັຍ Monash ໄດ້ກ່າວວ່າ ເຊື້ອ Delta ຫຼື ຄື້ນທີສາມໃນ ລະຫວ່າງເດືອນ ມິຖຸ ນາ ຫາ ເດືອນພະຈິກ ປີ 2021 ໄດ້ເຮັດໃຫ້ມີຜູ້ເສັຍຊີວິດ, ການເຂົ້າໂຮງຫມໍ ແລະ ການເຂົ້າ ICU ຫລາຍກວ່າ ຄື້ນສອງຄັ້ງ ທີ່ຜ່ານມາ ໃນ ອອສເຕຣເລັຍ.

ອອສເຕຣເລັຍ ກຽມພ້ອມແລ້ວ ສໍາລັບ ຄື້ນລູກໃຫມ່ ຈາກສອງ ສາຍພັນຍ່ອຍ (sub-lineages) ໃຫມ່ ຂອງ Omicron, BA.5 ແລະ BA.4. ບັນດາເຈົ້າຫນ້າທີ່ ເຊື່ອວ່າ ອາດຈະມີການເພີ່ມຂຶ້ນໃນ ກໍລະນີໃຫມ່, ການຕິດເຊື້ອໃໝ່, ການເຂົ້າໂຮງຫມໍ ແລະ ການເສັຍຊີວິດ.

ສາຍພັນຍ່ອຍ (sub-lineages) ເຫຼົ່ານີ້ ສາມາດຫຼີກລ່ຽງ ພູມຕ້ານທານຈາກ ການສັກຢາວັກຊີນ COVID-19 ທີ່ຜ່ານມາ ແລະ ພວກມັນກໍກໍາລັງ ເຮັດໃຫ້ມີການເຂົ້າໂຮງຫມໍແລະການເຂົ້າ ICU ແລ້ວ ໃນບາງປະເທດ.

 “ is dominant worldwide. We’ve got mostly BA.2 being detected around the world. We see increasing numbers of BA.4 & BA.5. We need governments to maintain surveillance, enhance surveillance, make sure that sequencing is taking place.” – Dr
ນາງ Maria Van Kerkove ຫົວໜ້າ ຜແນກເທກນິກ COVID-19 ຂອງ WHO ກ່າວວ່າ ການລະບາດນີ້ ແມ່ນຈະບໍ່ສິ້ນສຸດລົງງ່າຍໆ.

"ພວກເຮົາກໍາລັງກັບຫຼິ້ນໄຟ ກັບໄວຣັສນີ້... ຂ້າພະເຈົ້າ ເຂົ້າໃຈວ່າ ໂລກຢາກ ຈະໃຫ້ການລະບາດຂອງໂຣກ COVID-19 ນີ້ໝົດໄປ ແຕ່ການແຜ່ລະບາດ ຢ່າງແຮງດັ່ງກ່າວ ຈະນໍາໄປສູ່ການ ແປພັນ (Mutation) ຫຼາຍຂຶ້ນ."

ດຮ. Van Kerove ໄດ້ກ່າວວ່າ "ເຖິງແມ່ນວ່າຈະມີພຽງສາຍພັນ ໃນປະຈຸບັນ, ການເສຍຊີວິດແມ່ນສູງເກີນໄປ ແລະບໍ່ເປັນທີ່ຍອມຮັບໄດ້ ເມື່ອພວກເຮົາມີເຄື່ອງມືເພື່ອປ້ອງກັນພວກມັນ."

ເຈົ້າຫນ້າທີ່ສາທາຣະນະສຸກ ແລະ ຜູ້ຜລິດຢາໃນທົ່ວໂລກ ມີຄວາມຄືບຫນ້າ ນັບແຕ່ກໍລະນີ COVID-19 ຄັ້ງທໍາອິດ ຖືກກວດພົບ ຢູ່ເມືອງ Wuhan ປະເທດຈີນ ໃນວັນທີ 31 ທັນວາ 2019.
ການປິ່ນປົວ ໂດຍການກິນຢາ paxlovid ແລະ molnupiravir ໄດ້ສະແດງໃຫ້ເຫັນຜົນ ໃນການປ້ອງກັນພະຍາດ ທີ່ຮຸນແຮງ ແລະ ການເສັຍຊີວິດໃນຄົນທີ່ຕິດ COVID-19.

ນັກຄົ້ນຄວ້າທີ່ ມະຫາວິທຍາລັຍ Adelaide ໄດ້ເລີ່ມຕົ້ນການທົດລອງກັບມະນຸດ ສໍາລັບຢາວັກຊີນ ທີ່ແນເປົ້າຫມາຍ ໃສ່ Omicron ແລະ ສາຍພັນໃໝ່ໃນອະນາຄົດ. ຜູ້ຜລິດຢາໃຫຽ່ໆຢາເຊັ່ນ: Pfizer ແລະ Moderna ກໍກໍາລັງພັດທະນາຢາວັກຊີນທີ່ຄ້າຍຄືກັນ ເຊັ່ນກັນ.

ການສັກຢາ ວັກຊີນ COVID-19 ປະຈໍາປີ ອາດຈະຖືກນໍາມາໃຊ້ສໍາລັບຄົນທີ່ມີຄວາມສ່ຽງສູງ. ສາສດາຈານLiໄດ້ ກ່າວວ່າ "ມີຫລາຍກວ່າ ສິບກຸ່ມທີ່ກຳລັງຄົ້ນຄວ້າ ການພັດທະນາຢາ ປິ່ນປົວໂດຍການພົ່ນເຂົ້າທາງຮູດັງ.

ນັກວິທຍາສາດເຊື່ອວ່າ COVID-19 ຈະປ່ຽນຈາກການລະບາດທົ່ວໄປ ເປັນການລະບາດສະເພາະທ້ອງຖິ່ນ ເມື່ອເວລາຜ່ານໄປ
ທ່ານ Mike Ryan ຜູ້ອໍານວຍການໃຫຍ່ ຂອງໂຄງການ ສຸຂະພາບສຸກເສີນ ຂອງ WHO ເຕືອນວ່າ ການແຜ່ລະບາດສະເພາະທ້ອງຖິ່ນ ບໍ່ໄດ້ຫມາຍຄວາມວ່າບັນຫາໄດ້ສິ້ນສຸດລົງ.

ກ່ອນຫນ້ານີ້ທ່ານ ກ່າວວ່າ "ຈາກການແຜ່ລະບາດທົ່ວໄປ ເປັນ ການລະບາດສະເພາະທ້ອງຖິ່ນນັ້ນ ແມ່ນພຽງແຕ່ການ ປ່ຽນຊື່ເທົ່ານັ້ນ”.

"ພະຍາດທີ່ ລະບາດສະເພາະທ້ອງຖິ່ນ ນັ້ນຕ້ອງມີໂຄງການຄວບຄຸມທີ່ເຂັ້ມແຂງເພື່ອຫຼຸດຜ່ອນການຕິດເຊື້ອ, ຄວາມທຸກທໍລະມານ ແລະ ການເສັຍຊີວິດ. ເຊື້ອ HIV, ໄຂ້ມາເລເຣັຍ ແລະໂຣກປອດແຫ້ງ ເປັນພະຍາດທີ່ແຜ່ລະບາດສະເພາະທ້ອງຖິ່ນ ແຕ່ກໍ ຂ້າຄົນຫຼາຍລ້ານຄົນໃນໂລກທຸກໆປີ."
ເຈົ້າຫນ້າທີ່ສຸຂະພາບມີຄວາມກັງວົນກ່ຽວກັບຜົນກະທົບຂອງ “COVID ຍາວ” ທີ່ຮູ້ກັນໃນນາມ “long-haul COVID” ແລະ “post COVID-19”.

Long-COVID ແມ່ນສະພາວະທີ່ປົກກະຕິຈະເກີດຂຶ້ນສາມເດືອນ ຫຼັງຈາກການເລີ່ມຕົ້ນ ຂອງການຕິດເຊື້ອ ທີ່ມີອາການໃນຄົນທີ່ອາດຕິດເຊື້ອ ຫຼື ໄດ້ຮັບການຢືນຢັນວ່າຕິດເຊື້ອ SARS CoV-2

ສາສດາຈານ Danforn Lim ຈາກສະຖາບັນຄົ້ນຄວ້າສຸຂະພາບ NICM ໄດ້ກ່າວວ່າ ບັນຫາຕ່າງໆເຊັ່ນ: ການໂດດດ່ຽວ, ຄວາມເສັຍປຽບທາງດ້ານເສຖກິດ ແລະ ການຂາດການເຂົ້າເຖິງ ຈະເພີ່ມຄວາມຊັບຊ້ອນຂອງການດູແລ COVID-19 ໃນໄລຍະຍາວ.

ທ່ານໄດ້ກ່າວວ່າ ການລະບາດນັ້ນ ບໍ່ເຄີຍສິ້ນສຸດລົງສໍາລັບຄົນທີ່ອ່ອນແອ.

ພວກເຂົາເຈົ້າສາມາດເຈັບປ່ວຍໄດ້ ເຖິງແມ່ນວ່າຫຼັງຈາກປະຊາກອນທົ່ວໄປໄດ້ຜ່ານເສັ້ນພູມຄຸ້ມກັນໝູ່ແລ້ວ.

ຖ້າທ່ານມີອາການດັ່ງຕໍ່ໄປນີ້, ໃຫ້ໂທຫາຫນ່ວຍບໍລິການສຸກເສີນໃນ 000 ທັນທີແລະໃຫ້ທ່ານບອກຜູ້ ຕອບໂທລະສັບ ວ່າທ່ານເຄີຍຖືກກວດພົບວ່າເປັນ COVID-19

  • ການຫາຍໃຈບໍພໍ ຫຼື ຫາຍໃຈຍາກ
  • ເຈັບຫນ້າເອິກ ຫຼື ແໜ້ນໜ້າເອິກທີ່ຮຸນແຮງ
  • ເປັນໄຂ້ໃຫມ່ ຫຼື ໄຂ້ເກົ່າທີ່ກັບມາຄືນ
  • ຄວາມສາມາດໃນສະມາທິຫຼຸດລົງ ແລະ ສັບສົນຫຼາຍຂຶ້ນ
  • ຕື້່ນນອນຍາກ
ຖ້າທ່ານມີອາການອື່ນໆຫຼັງຈາກຟື້ນຕົວຈາກ COVID-19, ໃຫ້ຕິດຕໍ່ກັບນາຍໝໍຂອງທ່ານ ຫຼືຜູ້ໃຫ້ບໍລິການສຸຂະພາບອື່ນໆຂອງທ່ານ (ແຫຼ່ງຂໍ້ມູນ: Healthdirect).

SBS ມີຄວາມມຸ່ງຫມັ້ນທີ່ຈະອັບເດດຂໍ້ມູນ COVID-19 ທັງຫມົດ ໃຫ້ແກ່ຊຸມຊົນ ທີ່ມີຫຼາຍວັທນະທັມແລະຫຼາຍພາສາຂອງອອສເຕຣເລັຍ. ເພື່ອຄວາມຄວາມປອດພັຍ ແລະຮັບຂໍ້ມູນໂດຍການເຂົ້າໄປ ເວັບໄຊທ໌ SBS Coronavirus ເປັນປະຈໍາ, ເຊິ່ງມີຂໍ້ມູນຫຼ້າສຸດໃນພາສາຂອງທ່ານ.


Share
Published 5 July 2022 3:51pm
Updated 12 August 2022 2:56pm
By Melissa Compagnoni, Sahil Makkar, Sak Phoumirath


Share this with family and friends