ຊາວຈີນທີ່ໄປທ່ຽວຊົມ Disneyland ໃນ Shanghai ຖືກຂັງເພາະມາດຕະການ zero-COVID.

A video that's gone viral on Weibo and WeChat showing Shanghai residents' frustration with COVID-19 lockdowns has been removed by Chinese censors

ມາດຕະການ zero-COVID ທີ່ເຄັ່ງຄັດແລະເປັນຂໍ້ຖົກຖຽງໃນຈີນໄດ້ຖືກນຳມາໃຊ້ ຊຶ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ທົ່ວໄປ. Source: AAP

ຊາວຈີນທີ່ໄປທ່ຽວຊົມ Disneyland ໃນ Shanghai ຖືກຂັງເພາະມາດຕະການ zero-COVID ທີ່ເປັນຂໍ້ຖົກຖຽງຂອງຈີນໃນເວລານີ້. ການລະບາດຂອງ ໂຄວິດເທື່ອນີ້ ໄດ້ສ້າງປັນຫາແກ່ເສດຖະກິດຂອງຈີນ ຊຶ່ງເຮັດໃຫ້ ຜລິດຕະພັນລວມພາຍໃນ (G.D.P.) ຫຼຸດລົງ 2.6% ໃນໄລຍະສາມເດືອນ ຫາທ້າຍເດືອນມິຖຸນາ.


ຊາວຈີນທີ່ໄປທ່ຽວຊົມ Disneyland ໃນ Shanghai ຖືກຂັງເພາະມາດຕະການ zero-COVID.

ມັນເປັນທີ່ຮູ້ຈັກໃນນາມ "ສະຖານທີ່ ທີ່ມີຄວາມສຸກທີ່ສຸດໃນໂລກ" ແລະມັນໄດ້ກາຍເປັນຝັນຮ້າຍໃນວັນ Halloween, ເມື່ອຜູ້ມາທ່ຽວຊົມທີ່ຕົກຄ້າງຢູ່ພາຍໃນ Shanghai Disneyland ໄດ້ຖືກແຈ້ງວ່າ ພວກເຂົາບໍ່ສາມາດອອກໄປໄດ້ ຈົນກວ່າຜົນທົດສອບ COVID-19 ຂອງພວກເຂົາ ເປັນລົບ.

ມັນເປັນສ່ວນຫນຶ່ງຂອງນະໂຍບາຍ zero-COVID ອັນເປັນທີ່ຖົກຖຽງຂອງຈີນ, ຊຶ່ງກໍາລັງເລີ້ມມີຜົນກະທົບ ຕໍ່ເສດຖະກິດອື່ນໆ. HannahKwon ລາຍງານ.

"ສະຖານທີ່ ທີ່ມີຄວາມສຸກທີ່ສຸດໃນໂລກ"... ຖືກປິດລົງ, ດັ່ງນັ້ນ ບໍ່ມີໃຜສາມາດອອກໄປໄດ້ - ຈົນກວ່າຜົນທົດສອບ COVID-19 ຂອງພວກເຂົາ ເປັນລົບ.

ນີ້ແມ່ນ Disneyland ໃນ Shanghai, ປະເທດຈີນ, ຊຶ່ງເປັນປະເທດທີ່ປະຕິບັດຕາມນະໂຍບາຍ zero-COVID ຢ່າງເຄັ່ງຄັດ.

ຜູ້ມາທ່ຽວຊົມ ໄດ້ຖືກກັກໂຕຢູ່ໃນສວນແຫ່ງນີ້ ໃນວັນ ຮາໂລວີນ(ວັນຈັນທີ31) ໂດຍ Shanghai Disney Resort ໄດ້ອ້າງເຖິງ "ການປ້ອງກັນ ແລະຄວບຄຸມການແພ່ລະບາດ" ໃນເວັບໄຊຂອງເຂົາເຈົ້າ ສໍາລັບການຕັດສິນໃຈ.

"ເພື່ອປະຕິບັດຕາມຂໍ້ກຳໜົດໃນການປ້ອງກັນ ແລະຄວບຄຸມພະຍາດລະບາດ, Shanghai Disney Resort, ລວມທັງ Shanghai Disneyland, Disneytown ແລະ Wishing Star Park ຈະປິດໃຫ້ການບໍຣິການ ຕັ້ງແຕ່ ວັນຈັນ ທີ31 ຕຸລາ 2022, ໂດຍມີຜົນທັນທີ. ພວກເຮົາຈະແຈ້ງໃຫ້ແຂກຮູ້ທັນທີ ທີ່ພວກເຮົາມີວັນທີທີ່ ໄດ້ຮັບການຢືນຢັນວ່າ ຈະດໍາເນີນການອີກ. ພວກເຮົາຂໍໂທດ ສໍາລັບຄວາມບໍ່ສະດວກ ແລະຈະຄືນເງິນ ຫຼືການແລກປ່ຽນ ສໍາລັບແຂກທຸກຄົນ ທີ່ໄດ້ຮັບຜົນກະທົບໃນໄລຍະນີ້. ຂອບໃຈສໍາລັບຄວາມເຂົ້າໃຈ ແລະການຮ່ວມມືຂອງທ່ານ."

ມີການບັນທຶກຜູ້ຕິດ COVID-19 ໃນເມືອງ Shanghai ສິບກໍຣະນີໃນວັນເສົາ (30 ຕຸລາ)

ວີດີໂອທີ່ລົງໃນສື່ສັງຄົມອອນລາຍ ໄດ້ສະແດງໃຫ້ເຫັນວ່າ ຜູ້ມາທ່ຽວຊົມໄດ້ພາກັນ ຟ້າວແລ່ນໄປຫາທາງອອກ ຫຼັງຈາກມີການປະກາດ, ມີແຕ່ພົບໄດ້ວ່າປະຕູໄດ້ຖືກປິດແລ້ວ.

ເຄື່ອງຫຼິ້ນຕ່າງໆກໍຍັງດໍາເນີນການ ແລະເປີດໃຫ້ແຂກພາຍໃນ, ແຕ່ບໍ່ມີໃຜສາມາດອອກໄປໄດ້ ຈົນກວ່າພວກເຂົາຈະທົດສອບເປັນລົບ ສໍາລັບ coronavirus.

ຜູ້ໃດກໍຕາມ ທີ່ໄດ້ຢູ່ໃນສວນຕັ້ງແຕ່ວັນພະຫັດ (27 ຕຸລາ)ກໍຕ້ອງຈະມີຜົນທົດສອບເປັນລົບ ສາມເທື່ອ ຕລອດສາມມື້ຕິດຕໍ່ກັນ.

ຜຼ້ທ່ຽວຊົມເຊັ່ນ Li Ming ອາຍຸ 38ປີ, ໄດ້ຮັບແຈ້ງວ່າ ປີ້ຂອງເຂົາເຈົ້າຈະໄດ້ຮັບເງິນຄືນ.

"ແນ່ນອນຂ້ອຍຮູ້ສຶກກັງວົນ. ປີ້ຂອງມື້ນີ້ໄດ້ຮັບເງິນຄືນ."

Marvis He ກໍຢູ່ທີ່ Disneyland ເຊັ່ນກັນ ເມື່ອມັນຖືກປິດ.

"ຂ້ອຍຜິດຫວັງຫນ້ອຍຫນຶ່ງ. ມື້ນີ້ ພວກເຮົາໄດ້ລໍຖ້າຢູ່ຂ້າງໃນເປັນເວລາເຫີງແລ້ວ.ພວກເຮົາໄດ້ບິນມາຈາກ Shenzhen ເພື່ອ Halloween ເພາະວ່າຈະມີການຈູດດອກໄມ້ໄຟພິເສດ. ແລະມື້ນີ້ ກໍບໍ່ມີຂບວນແຫ່, ບໍ່ມີດອກໄມ້ໄຟ, ແລະບໍ່ມີການເດີນສວນສນາມ ຂອງຄົນຮ້າຍ. ຂ້ອຍບໍ່ໄດ້ເຫັນຫຍັງ, ແລະຂ້ອຍໄດ້ລໍຖ້າຈົນເກືອບສິບໂມງກ່ອນທີ່ຂ້ອຍຈະອອກມາ."

ເດືອນພະຈິກທີ່ຜ່ານມາ(2021), ມີ 30,000 ຄົນ ໄດ້ຕົກຄ້າງຢູ່ໃນສວນດຽວກັນນີ້ ຫຼັງຈາກແຂກຄົນຫນຶ່ງໄດ້ມີຜົນສອບຂອງ COVID-19 ເປັນບວກ.

ຫຼາຍລ້ານຄົນໄດ້ຖືກລັອກດາວໃນທົ່ວປະເທດ ພາຍໃຕ້ ນະໂຍບາຍ
COVID ທີ່ເປັນຂໍ້ຖົກຖຽງຂອງຈີນ.

ຈໍານວນກໍລະນີທີ່ເພີ່ມຂຶ້ນ ແລະການລະບາດຢ່າງຫລາຍ ໄດ້ກະຕຸ້ນໃຫ້ມີການຄວບຄຸມ ແລະລັອກດາວໄວ້ຢ່າງເຂັ້ມງວດຂຶ້ນ.

ຜົນກະທົບເລີ່ມລາມໄປສູ່ສ່ວນອື່ນໆຂອງສັງຄົມ - ໂດຍຜລິດຕະພັນລວມພາຍໃນ ຫຼື (G-D-P) ຫຼຸດລົງສອງຈຸດຫົກສ່ວນຮ້ອຍ ໃນໄລຍະສາມເດືອນ ຫາທ້າຍເດືອນມິຖຸນາ.
 
ຜົນຜລິດ iPhones ຂອງ Apple ທີ່ໂຮງງານໃຫຍ່ຂອງຈີນ-ຫນຶ່ງໃນໂຮງງານໃຫຍ່ທີ່ສຸດໃນໂລກ-ກໍອາດຫຼຸດລົງໄດ້ ເຖິງ 30 ເປີເຊັນ ໃນເດືອນຫນ້ານີ້ ເນື່ອງຈາກມີຂໍ້ຈໍາກັດຢ່າງຕໍ່ເນື່ອງ.

ຂໍ້ມູນໃຫມ່ (ທີ່ຖືກເຜີຍໃນວັນຈັນ ທີ 31 ຕຸລາ)ສະແດງໃຫ້ເຫັນວ່າ ກິດຈະກັມຂອງໂຮງງານຈີນ ຕົກລົງຢ່າງບໍ່ຄາດຄິດ ໃນເດືອນຕຸລາ ຊຶ່ງຖືກດຶງລົງ ໂດຍ ຄວາມຕ້ອງການທົ່ວໂລກອ່ອນລົງ ແລະມາດຕະການ COVID-19 ທີ່ເຄັ່ງຄັດ.

ທ່ານ Zichun Huang ນັກ ເສດຖະສາດ ຂອງ Capital Economics ໄດ້ກ່າວໃນບັນທຶກການຄົ້ນຄວ້າ ໄດ້ຄາດການທີ່ມືດມົນໃນຂ້າງໜ້າ.

"ດ້ວຍນະໂຍບາຍ zero-COVID ທີ່ຍັງຄົງຢູ່ນີ້, ພວກເຮົາຄິດວ່າເສດຖະກິດຈະສືບຕໍ່ດີ້ນຣົນໃນປີ 2023."

ເນື້ອເລື່ອງໂດຍ Hannah Kwon ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share