ການປະທ້ວງຕໍ່ຕ້ານນະໂຍບາຍ ແລະການລັອກດາວຂອງໂຄວິດ ທີ່ ປະເທດຈີນ.

ປະຊາຊົນໄດ້ຖືເຈັ້ຍຂາວ ເພື່ອສະແດງການປະທ້ວງ ຕໍ່ນະໂຍບາຍ Zero-Covid ທີ່ກຸງປັກກິ່ງ ໃນວັນທີ 27 ພະຈິກ 2022.

ປະຊາຊົນໄດ້ຖືເຈັ້ຍຂາວ ເພື່ອສະແດງການປະທ້ວງ ຕໍ່ນະໂຍບາຍ Zero-Covid ທີ່ກຸງປັກກິ່ງ ໃນວັນທີ 27 ພະຈິກ 2022. Credit: Koki Kataoka/AP

ການລັອກດາວທີ່ເຄັ່ງຄັດໃນຈີນໄດ້ເຮັດໃຫ້ເກີດການປະທ້ວງໃນເມືອງ Shanghai ແລະເມືອງອື່ນໆ. ເປົ້າໝາຍຂອງການປະທ້ວງແມ່ນ ສີ ຈິ້ນຜິງ ເຊິ່ງຖືກກ່າວຫາວ່າເປັນຜະເດັດການໂດຍຜູ້ປະທ້ວງ. ແມ່ນແຕ່ການຮອ້ງເພງຊາດ ຫຼື ເພງຂອງພັກຄອມມູນິສ ກໍຍັງຖືກຈັບຕາເບິ່ງໂດຍທາງການຂອງຈີນ.


ການປະທ້ວງຕໍ່ຕ້ານການລັອກດາວຂອງໂຄວິດ ທີ່ ປະເທດຈີນ.

ໃນປະເທດຈີນ, ການປະທ້ວງຍັງດໍາເນີນຕໍ່ໄປທົ່ວປະເທດ ໃນການຕໍ່ຕ້ານນະໂຍບາຍ “ປອດໂຄວິດ-zero-COVID” ແລະການລັອກດາວ, ໂດຍທີ່ຕໍາຫຼວດເມືອງ Shanghai ໄດ້ມີການ ຈັບກຸມຜູ້ປະທ້ວງ.

ແລະການກວດກາຂອງຣັດກໍາລັງດີ້ນຮົນ ເພື່ອຢຸດ ການແຜ່ລະບາດ ຂອງຂໍ້ມູນຂອງພວກປະທ້ວງ ຊຶ່ງແນ ເປົ້າຫມາຍໃສ່ ທ່ານສີ ຈິ້ນຜິງ ໂດນສະເພາະ ແລະເຖິງຂັ້ນຮຽກຮ້ອງ ໃຫ້ທ່ານລາອອກຈາກຕໍາແຫນ່ງ. Julien Oeuillet ລາຍງານ.

"End lockdowns. End lockdowns"

ນີ້ແມ່ນເມືອງ Shanghai ໃນຄືນທີ່ຜ່ານມາ-ພວກປະທ້ວງຮ້ອງວ່າ: 'ຍົກເລີກການລັອກດາວ'.

ພວກເຂົາເຈົ້າກໍາລັງຢືນ ຢູ່ຕໍ່ຫນ້າເຊືອກກັ້ນຂອງຕໍາຫຼວດ,ພ້ອມກັບປ້າຍສີຂາວ.

ບໍ່ຈໍາເປັນຕ້ອງຂຽນຂໍ້ຄວາມຫຍັງ - ແຜ່ນປ້າຍເປົ່ານັ້ນເປັນສັນລັກຂອງການກວດກາ (Censorship).

ໃນຂນະທີ່ປັກກິ່ງ, ຜູ້ປະທ້ວງນິຣະນາມໄດ້ສະແດງການສນັບສນູນ ແກ່ພວກທີ່ຖືກຈັບ ຍ້ອນການປະທ້ວງຢູ່ເມືອງ Shanghai:

"ຢູ່ເມືອງ Shanghai ມີຫຼາຍຄົນໄດ້ຖືກຄວບຄຸມໂຕໄວ້ແລ້ວ, ບໍ່ແມ່ນພຽງແຕ່ຄືນແລ້ວນີ້ ເທົ່ານັ້ນ. ພວກເຂົາເຮັດເພື່ອທຸກຄົນ, ເພື່ອປະຊາຊົນທັງຫມົດ, ເພື່ອຜູ້ທີ່ສົ່ງຂອງບໍ່ໃຫ້ຖືກລັອກຢູ່ໃນຫ້ອງພັກຂອງພວກເຂົາ, ເພື່ອທຸກຄົນສາມາດໄດ້ຮັບຢາ ແລະອາຫານ. ພວກເຮົາຕ້ອງຊ່ວຍເຫຼືອຄົນເຫຼົ່ານີ້. ປົດປ່ອຍຄົນເຫຼົ່ານັ້ນໃນເມືອງ Shanghai!”

ຢູ່ໃນປະເທດຈີນ, ການປະທ້ວງເກີດຂຶ້ນຢູ່ເປັນປະຈໍາ, ແຕ່ຕາມປົກກະຕິແລ້ວ ພວກເຂົາເຈົ້າຈະແກ້ໄຂບັນຫາ ໃນທ້ອງຖິ່ນ ແລະແນເປົ້າຫມາຍໃສ່ເຈົ້າຫນ້າທີ່ທ້ອງຖິ່ນ.

ເທື່ອໃນນີ້, ເປົ້າຫມາຍຂອງພວກປະທ້ວງ ແມ່ນຍອດຂອງ Pyramid.

ຈີນກໍາລັງມີຈໍານວນຜູ້ປ່ວຍຫຼາຍທີ່ສຸດຂອງຕົນ ນັບຕັ້ງແຕ່ຕອນຕົ້ນຂອງການລະບາດ, ແລະຣັຖບານໄດ້ຕອບໂຕ້ ດ້ວຍການລັອກດາວ ຢ່າງເຄັ່ງຄັດ, ຊຶ່ງເປັນປະເທດ ສຸດທ້າຍ ໃນໂລກ ທີ່ຈະເຮັດເຊັ່ນນັ້ນ ໃນຂນະທີ່ການລະບາດ ຂອງພະຍາດຫຼຸດລົງຢູ່ບ່ອນອື່ນ.

ຈີນປົກປ້ອງນະໂຍບາຍ “ປອດ COVID” ວ່າເປັນການຊ່ວຍຊີວິດ ແລະຈໍາເປັນເພື່ອປ້ອງກັນ ບໍ່ໃຫ້ກະທົບຢ່າງຫລວງຫລາຍຕໍ່ລະບົບດູແລສຸຂະພາບ.

ເຈົ້າຫນ້າທີ່ໄດ້ໃຫ້ຄຳໝັ້ນວ່າ ຈະດໍາເນີນຕໍ່ໄປ ເຖິງແມ່ນວ່າ ຈະມີການກົດດັນຂອງປະຊາຊົນ ທີ່ນັບມື້ນັບມີຫລາຍຂຶ້ນ ແລະມີຄວາມເສັຍຫາຍຫລາຍຂຶ້ນ ຕໍ່ເສດຖະກິດທີ່ໃຫຍ່ອັນດັບສອງຂອງໂລກກໍຕາມ. ນັບແຕ່ນັ້ນມາ ເຈົ້າຫນ້າທີ່ຈີນ ໄດ້ພະຍາຍາມທີ່ແນເປົ້າຫມາຍຫລາຍຂຶ້ນ ໃນການຄວບຄຸມ COVID ຂອງເຂົາເຈົ້າ, ແຕ່ຄວາມພະຍາຍາມນັ້ນ ໄດ້ພົບກັບຄວາມທ້າທາຍຈາກການການຕິດເຊື້ອເພີ່ມຂຶ້ນໃນຂນະທີ່ຈີນ ປະເຊີນຫນ້າ ກັບລະດູຫນາວຄັ້ງທໍາອິດຂອງຕົນ ດ້ວຍເຊື້ອ Omicron ທີ່ມີການແພ່ເຊື້ອໄດ້ສູງ.

ມັນກໍາລັງສົ່ງຜົນກະທົບຕໍ່ປະຊາຊົນ.

"ບໍ່ຕ້ອງການຕົວະ, ພວກເຮົາຕ້ອງການກຽດສັກສີ. ບໍ່ຕ້ອງການການປະຕິວັດວັດທະນະທັມ, ພວກເຮົາຕ້ອງການການປະຕິຮູບ. ບໍ່ຕ້ອງການຜູ້ນໍາ, ພວກເຮົາຕ້ອງການລົງຄະແນນສຽງ. ຢ່າເປັນຂ້າທາດ,ໃຫ້ເປັນພົນລະເມືອງ."

ການຮ້ອງແປວ່າ: "ພວກເຮົາບໍ່ຕ້ອງການຕົວະ, ພວກເຮົາຕ້ອງການກຽດສັກສີ. ພວກເຮົາບໍ່ຕ້ອງການການປະຕິວັດວັດທະນະທັມ, ພວກເຮົາຕ້ອງການການປະຕິຮູບ. ພວກເຮົາບໍ່ຕ້ອງການຜູ້ນໍາ, ພວກເຮົາຕ້ອງການລົງຄະແນນສຽງ. ຢ່າເປັນຂ້າທາດ,ໃຫ້ເປັນພົນລະເມືອງ."

ທ່ານສີຈິ້ນຜິງໄດ້ເຮັດການ “ປອດ COVID” ເປັນເຄື່ອງໝາຍຂອງນະໂຍບາຍລາວ, ແລະນັ້ນ ເຮັດໃຫ້ລາວຮັບຜິດຊອບ ໃນສາຍຕາຂອງພວກປະທ້ວງ.

ເຫດການເກີດຂຶ້ນ ພຽງຫົກອາທິດຫລັງຈາກຊາຍຜູ້ນຶ່ງ ທີ່ຖືກເອີ້ນວ່າ Bridge Man ທີ່ໂດ່ງດັງໃນເວລານີ້ ໄດ້ເອົາປ້າຍຕ້ານ ທ່ານ ສີ ຈິ້ນຜິງ ຕິດໃສ່ຂົວໃນປັກກິ່ງ ໃນຂນະທີ່ກອງປະຊຸມ ຂອງພັກຄອມມິວນິສກໍາລັງຈະເລີ່ມຕົ້ນ.

ໃນຕອນນັ້ນ, ເຈົ້າຫນ້າທີ່ ບໍ່ສາມາດປ້ອງກັນຂ່າວ ບໍ່ໃຫ້ເຜີຍແຜ່ ເຖິງແມ່ນວ່າຈະມີການກວດກາຢູ່ເລື້ອຍໆ.

ໃນການປະທ້ວງທີ່ເມືອງ Shanghai, ນັກສຶກສາຊື່ Zoo ທີ່ຈະສະແດງຄວາມບໍ່ພໍໃຈຂອງນາງຕໍ່ຜູ້ນໍາ:

"ມັນບ້າ. ຂ້າພະເຈົ້າຄິດວ່າກ່ອນອື່ນໝົດມັນເປັນຍ້ອນປະທານສີຈິ້ນຜິງ, ພວກເຮົາຄວນຈະຍຸດຕິການເປັນຜະເດັດການຂອງລາວ ເພາະວ່າລາວສົນໃຈແຕ່ຕົນເອງ,ແລະຜະເດັດການຂອງລາວ. ດ້ວຍເຫດນີ້ ຫຼາຍຄົນຈຶ່ງຕາຍຍ້ອນລາວ. ແຕ່ດຽວນີ້, ມັນເປັນຂ່າວດີທີ່ຫຼາຍຄົນໄດ້ຮັບຮູ້ວ່າ ແມ່ນປະທານຜິດກົດຫມາຍ."

ໃນເມືອງ Shanghai ພວກປະທ້ວງ ໄດ້ເຕົ້າໂຮມກັນ ຢູ່ຕາມຖນົນທີ່ເອີ້ນວ່າ Urumqi Way ເພື່ອໄຕ້ທຽນແລະຖືປ້າຍ.

ຫນຶ່ງໃນນັ້ນ ແມ່ນປົກວາຣະສານ Time ທີ່ຖືກດັດແປງ ໂດຍມີຮູບຂອງ ສີ ຈິ້ນຜິງ (Xi Jinping), ເຊິ່ງລາວໄດ້ເພີ່ມສອງຄໍາ ເພື່ອຖ່າຍທອດຂໍ້ຄວາມຂອງລາວວ່າ: ໄດ້ເວລາອອກແລ້ວ (TimeTo Go).

ໄດ້ຍິນຜູ້ປະທ້ວງຄົນນຶ່ງເວົ້າວ່າ "ຂ້ອຍຮັກປະເທດຂອງຂ້ອຍ ແຕ່ຂ້ອຍບໍ່ຮັກຣັຖບານຂອງຂ້ອຍ".

ເພື່ອຫຼົບຫຼີກຂໍ້ກ່າວຫາ ກ່ຽວກັບລັດທິຕໍ່ຕ້ານຊາດ, ບາງຄັ້ງພວກປະທ້ວງພາກັນໂບກທຸງຊາດຈີນ ແລະຮ້ອງເພງຊາດ, ຫຼືເພງຄອມມິວນິສສາກົນ,“The Internationale”.

ດຽວນີ້ແມ່ນແຕ່ສັນຍາລັກເຫລົ່ານີ້ ຊຶ່ງເປັນການເຕືອນເຖິງ ການປະຕິວັດທີ່ຜ່ານມາ ກໍກໍາລັງຢູ່ພາຍໃຕ້ການຈັບຕາເບິ່່ງຂອງທາງການ, ດັ່ງທີ່ນັກຄັດຄ້ານນິຣະນາມເວົ້າວ່າ:

"ເປັນໄປໄດ້ແນວໃດ ທີ່ເພງຊາດຂອງປະເທດໂຕເອງ ຫຼື The Internationale ຊຶ່ງແມ່ນເພງດຽວກັນ ທີ່ຮ້ອງໃນທີ່ປະຊຸມຢ່າງເປັນທາງການ ຈະຖືກຫ້າມໃນຕອນນີ້? ມັນເປັນໄປໄດ້ແນວໃດທີ່ຈະຖືກຈັບຍ້ອນການຮ້ອງເພງເຫຼົ່ານັ້ນ?"

ໃນຂນະທີ່ການປະທ້ວງດໍາເນີນຕໍ່ໄປ, ຄໍາຂວັນເຊັ່ນ "ສີ ຈິ້ນຜິງ (Xi Jinping), ລົງຈາກຕໍາແຫນ່ງ" ແລະ "ພັກຄອມມິວນິສ, ລົງຈາກຕໍາແຫນ່ງ" ນັບມື້ນັບມີຫຼາຍຂຶ້ນເລື້ອຍໆ, ເຖິງແມ່ນວ່າມີຕໍາຫລວດຢ່າງຫຼາຍກໍຕາມ.

ພວກຜູ້ປະທ້ວງ ຍັງໄດ້ພາກັນເດີນຂະບວນ ໄປຕາມຖນົນໃນເມືອງ Wuhan ແລະເມືອງ Chengdu, ໃນຂນະທີ່ພວກນັກສຶກສາຢູ່ໃນວິທະຍາໄລຫຼາຍແຫ່ງທົ່ວປະເທດຈີນ ໄດ້ສະແດງໃຫ້ເຫັນ (ການເດີນຂະບວນ)ໃນທ້າຍສັບປະດານີ້.

ມັນຍັງໄດ້ແຜ່ລາມໄປຍັງມະຫາວິທະຍາລັຍ Tsinghua ທີ່ຊົງກຽດໃນປັກກິ່ງ.

ມະຫາວິທະຍາລັຍ Tsinghua- ແມ່ນບ່ອນທີ່ທ່ານ Xi Jinping ເອງໄດ້ຮຽນຈົບ.

ເນື້ອເລື່ອງໂດຍ Julien Oeuillet ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share