ວິທີຍື່ນການເສັຍພາສີຂອງທ່ານ ໃນອອສເຕຣເລັຍ

Australia Explained - Tax

From 1 July, if you are a resident for tax purposes, you are required to file a form declaring your earnings in the previous financial year against your tax deductions. Source: Moment RF / Neal Pritchard Photography/Getty Images

ໃນອອສເຕຣເລັຍ, ວັນທີ 30 ມິຖຸນາ ຫມາຍເຖິງການສິ້ນສຸດຂອງສົກປີການເງິນ ແລະການເລີ່ມຕົ້ນ ເວລາການເສັຍພາສີ. ການຮູ້ພັນທະ ແລະການຊໍາລະຄືນເງິນ ທີ່ທ່ານມີສິດໄດ້ຮັບ ຈະຊ່ວຍຫຼີກເວັ້ນ ຄວາມຜິດພາດ ແລະການຖືກປັບໄໝ. ຮູ້ວິທີ ທີ່ຄວນເຮັດ ຖ້າທ່ານໄດ້ຮັບເງິນຊ່ວຍເຫຼືອຄອບຄົວ, ເຮັດວຽກຢູ່ເຮືອນ, ຍື່ນເລື້ອງເສັຍພາສີເປັນຄັ້ງທໍາອິດ, ຫຼືຕ້ອງການຄໍາແນະນໍາ ທີ່ເປັນອິດສຣະໂດຍບໍ່ເສັຍຄ່າ.


ຈຸດສຳຄັນ
  • ທ່ານສາມາດປະຢັດເວລາ ແລະຫຼີກເວັ້ນຄວາມຜິດພາດ ໂດຍການລໍຖ້າໃຫ້ ATO ໃສ່ຂໍ້ມູນບາງສ່ວນລ່ວງໜ້າ ໃນການເກັບພາສີຂອງທ່ານ ກ່ອນທີ່ທ່ານຈະຍື່ນ.
  • ການໃຊ້ຕົວແທນພາສີ (Tax agent) ໃນການຍື່ນ ບໍ່ໄດ້ຫມາຍເຖິງການໄດ້ເງິນຄືນຫຼາຍກວ່າ ແຕ່ສາມາດຊ່ວຍໃຫ້ແນ່ໃຈວ່າ ການປະຕິບັດຢ່າງຖືກຕ້ອງ ແລະເຮັດໃຫ້ຂະບວນການງ່າຍຂຶ້ນ.
  • ກວດສອບເບິ່ງສ່ວນຫຼຸດພາສີ (Rebates) ແລະເລືອກການສນັບສນູນ ທີ່ທ່ານອາດຈະມີສິດໄດ້ຮັບ ຜ່ານທາງ Tax Clinic ຫຼືໂຄງການຊ່ວຍເຫຼືອດ້ານພາສີ.
ອີງຕາມການເສັຍພາສີຂອງທ່ານ, ແບບຟອມທີ່ຕິດຕາມ ພາສີລາຍໄດ້ຂອງທ່ານ ຕໍ່ການຫຼຸດຜ່ອນພາສີ ທີ່ທ່ານມີສິດໄດ້ຮັບ, ຫ້ອງການພາສີອອສເຕຣເລັຍ (ATO) ຈະກໍານົດຈໍານວນເງິນ ທີ່ທ່ານມີສິດ ຫຼືຫນີ້ທີ່ທ່ານຕ້ອງຮັບຜິດຊອບ.

ຜູ້ຊ່ວຍກັມມາທິການ ATO, ທ່ານ Robert Thomson ເຕືອນຜູ້ເສັຍພາສີວ່າ ພວກເຂົາເຈົ້າ ມີເວລາຮອດວັນທີ 31 ຕຸລາ ທີ່ຈະຍື່ນເລື້ອງເສັຍພາສີ, ຫຼືອາດດົນກວ່ານັ້ນ ຖ້າຫາກວ່າພວກເຂົາເຈົ້າ ເຮັດໂດຍຜ່ານຕົວແທນພາສີ
Tax agent).

ໃນຂນະທີ່ທ່ານສາມາດຍື່ນເລື້ອງ ຕັ້ງແຕ່ວັນທີ 1 ກໍລະກົດ, ແນະນໍາໃຫ້ລໍຖ້າ ຈົນຮອດທ້າຍເດືອນ ເພື່ອໃຫ້ ATO ສາມາດຂຽນຂໍ້ມູນທາງການເງິນຂອງທ່ານ ໂດຍອັດຕະໂນມັດ. ຊຶ່ງລວມເຖິງ ລາຍໄດ້ຈາກການຈ້າງງານຂອງທ່ານແບບສລຸບ, ລາຍໄດ້ຈາກດອກເບັ້ຍ ແລະຂໍ້ມູນປະກັນສຸຂະພາບສ່ວນຕົວ.

"ນັ້ນຫມາຍຄວາມວ່າ ເມື່ອເຂົາໄປເຮັດການເສັຍພາສີ, ມັນງ່າຍຂຶ້ນຫຼາຍ... ໄວຂຶ້ນ, ແລະມີໂອກາດຫນ້ອຍ ທີ່ພວກເຂົາຈະລືມບາງສິ່ງບາງຢ່າງ." Mr Thomson ອະທິບາຍ.

ແລະຂໍ້ມູນນັ້ນ ກໍມີຢູ່ ບໍ່ວ່າພວກເຂົາເຈົ້າຈະຍື່ນດ້ວຍຕົນເອງ ຫຼື ໃຊ້ຕົວແທນພາສີ (Tax agent)."

ຂໍ້ມູນທີ່ໃສ່ໄວ້ດ້ວຍລ່ວງຫນ້າ ລວມເຖິງການຈ່າຍເງິນສວັດດີການຕ່າງໆທີ່ທ່ານໄດ້ຮັບ.

ທ່ານ Justin Bott, ເຈົ້າຫນ້າທີ່ຂໍ້ມູນຂ່າວສານຊຸມຊົນ ຂອງ Services Australia ກ່າວວ່າ "ປະມານກາງເດືອນກໍລະກົດ, ພວກເຮົາຈະເຮັດບົດ ສລຸບການຈ່າຍເງິນຂອງ Centrelink ໃຫ້ທ່ານ ຖ້າຫາກວ່າທ່ານ ເປັນຫນຶ່ງໃນລູກຄ້າຂອງພວກເຮົາ."

ຖ້າທ່ານໄດ້ຮັບສິດທິປໂຍດດ້ານພາສີຄອບຄົວ ຫຼື ເງິນອຸດຫນູນການດູແລເດັກ (Childcare Subsidy), ການບໍຣິການອອສເຕຣເລັຍຈະມີການຈ່າຍເງິນຂອງທ່ານສົມດຸນ () ໃນທ້າຍສົກປີການເງິນ ໂດຍການປຽບທຽບການຄາດຄະເນລາຍຮັບທີ່ປະກາດຂອງທ່ານ ກັບລາຍຮັບຕົວຈິງຂອງທ່ານ.

ອີງຕາມການແຈ້ງການປະເມີນຜົນການຄືນພາສີຂອງທ່ານ ຂອງ ATO, ທ່ານອາດຈະຕ້ອງຈ່າຍຄືນ ຫຼືໄດ້ຮັບເງິນເພື່ອໃຫ້ສອດຄ່ອງກັບການຊໍາລະເງິນທີ່ທ່ານມີສິດໄດ້ຮັບ. ຖ້າການປະເມີນລາຍໄດ້ຂອງທ່ານຖືກຕ້ອງກັບລາຍໄດ້ຕົວຈິງຂອງທ່ານ, ຈະບໍ່ຈໍາເປັນຕ້ອງມີການປັບປ່ຽນ.

"ແຈ້ງໃຫ້ພວກເຮົາຮູ້ວ່າ ທ່ານຫຼືຄູ່ຂອງທ່ານ ບໍ່ຈໍາເປັນຕ້ອງຍື່ນເລື້ອງເສັຍພາສີສໍາລັບສົກປີການເງິນຫຼືບໍ່. ເພາະວ່າພວກເຮົາບໍ່ໄດ້ຮັບຂໍ້ມູນນັ້ນໂດຍອັດຕະໂນມັດ. ເມື່ອເຮົາໄດ້ຮັບຂໍ້ມູນນັ້ນແລ້ວ,ເຮົາກໍສາມາດດູແລ ຄວາມສົມດຸນໄດ້."

ຜູ້ມາຢູ່ໃນອອສເຕຣເລັຍໃຫມ່, ຄວນກວດເບິ່ງວ່າ ຕ້ອງຍື່ນເລື້້ອງເສັຍພາສີ ສໍາລັບປີການເງິນທີ່ຜ່ານມາຫຼືບໍ່.

ຖ້າບໍ່ດັ່ງນັ້ນ, ພວກເຂົາຍັງຈໍາເປັນຕ້ອງສົ່ງແບບຟອມ ແຈ້ງການບໍ່ຍື່ນເລື້ອງເສັຍພາສີຕໍ່ ATO.
Australia Explained - Tax
In Australia, taxpayers are entitled to the tax-free threshold. It means you can earn up to $18,200 each year without paying tax. Credit: jeangill/Getty Images
ຖ້າບໍ່ດັ່ງນັ້ນ, ພວກເຂົາຍັງຈໍາເປັນຕ້ອງສົ່ງແບບຟອມ ແຈ້ງການບໍ່ຍື່ນເລື້ອງເສັຍພາສີຕໍ່ ATO.

Mr Thomson ຂອງ ATO ກ່າວວ່າ ມີສາມສິ່ງສໍາຄັນ ທີ່ຕ້ອງຈື່ຈໍາ ກ່ອນຈະອ້າງສິດນັ້ນ:

  • ທ່ານຕ້ອງໄດ້ຊຳລະ ຄ່າໃຊ້ຈ່າຍ ດ້ວຍຕົວທ່ານເອງ ແລະບໍ່ໄດ້ຮັບເງິນຄືນ.
  • ທ່ານຕ້ອງໄດ້ຊຳລະ ຄ່າໃຊ້ຈ່າຍ ດ້ວຍຕົວທ່ານເອງ ແລະບໍ່ໄດ້ຮັບເງິນຄືນ.
  • ທ່ານຈໍາເປັນຕ້ອງມີລາຍລະອຽດ, ປົກກະຕິແລ້ວ ໃນຮູບແບບຂອງໃບຈ່າຍເງິນ, ເພື່ອສະແດງຫຼັກຖານຂອງຄ່າໃຊ້ຈ່າຍ.

ເຮັດວຽກຢູ່ເຮືອນ

ຖ້າເຮັດວຽກຢູ່ເຮືອນ, ທ່ານສາມາດຄິດໄລ່ຄ່າໃຊ້ຈ່າຍຂອງທ່ານ () ແມ່ນອີງໃສ່ ຈໍານວນເງິນທີ່ກໍານົດໄວ້ ຕໍ່ຊົ່ວໂມງ ທີ່ເຮັດວຽກຢູ່ເຮືອນ (ວິທີອັດຕາກໍານົດ-Fixed rate method) ຫຼືຄ່າໃຊ້ຈ່າຍຕົວຈິງຂອງທ່ານ (ວິທີຕົ້ນທຶນຕົວຈິງ-Actual cost method).

ບໍ່ວ່າໃນກໍຣະນີໃດ, ທ່ານຈໍາເປັນຕ້ອງເກັບກໍາຂໍ້ມູນ ກ່ຽວກັບຊົ່ວໂມງທີ່ທ່ານໄດ້ເຮັດວຽກຢູ່ເຮືອນ ຕລອດປີ.

"ຢູ່ໃນເວັບໄຊທ໌ ATO, ພວກເຮົາມີ 40 ທີ່ອຸດສາຫະກັມແຕກຕ່າງກັນ ແລະຄູ່ມືສະເພາະອາຊີບ () ທີ່ສາມາດຊ່ວຍໃຫ້ຜູ້ຄົນ ເຂົ້າໃຈສິ່ງທີ່ພວກເຂົາສາມາດເຮັດໄດ້ ແລະບໍ່ສາມາດອ້າງສິດທິ ສໍາລັບການເຮັດວຽກປະເພດສະເພາະຂອງເຂົາເຈົ້າ ແລະຂໍ້ມູນ ທີ່ພວກເຂົາຕ້ອງເກັບຮັກສາ."

Australia Explained - Tax
If working from home, you need to keep records to substantiate any claims for tax deductions on expenses incurred. Credit: MoMo Productions/Getty Images

ການສນັບສນູນທີ່ມີຢູ່

ຜູ້ທີ່ມີລາຍໄດ້ຕ່ຳກວ່າ 60.000 ໂດລາຕໍ່ປີ ອາດຈະມີສິດໄດ້ຮັບການ ສນັບສນູນ ໃນການຍື່ນການເສັຍພາສີຂອງພວກເຂົາ ຜ່ານໂຄງການຊ່ວຍເຫຼືອດ້ານພາສີ ().

ນອກນັ້ນ ຍັງມີໂຄງການຄລີນິກພາສີ ແຫ່ງຊາດ (), ຊຶ່ງເປັນໂຄງການ ທີ່ໄດ້ຮັບທຶນສນັບສນູນ ຈາກຣັຖບານກາງ ທີ່ມີຄລີນິກຫຼາຍກວ່າ 15 ແຫ່ງ ໃນທົ່ວປະເທດ ແລະດໍາເນີນການຢ່າງເປັນອິດສຣະ ໂດຍ ATO ດ້ວຍການໃຫ້ຄໍາແນະນໍາຟຣີ ແກ່ຜູ້ທີ່ມີສິດ ແລະຮ່ວມມືກັບຕົວແທນພາສີ ທີ່ຈົດທະບຽນ (Registered Tax agent).

Ann Kayis-Kumar ຮອງສາດສະດາຈານ ດ້ານກົດຫມາຍພາສີ (Tax Law) ທີ່ມະຫາວິທະຍາໄລ New South Wales ແລະເປັນຜູ້ອຳນວຍການກໍ່ຕັ້ງຂອງ UNSW Tax and Business Advisory Clinic.

ນາງອະທິບາຍວ່າ ຈາກມຸມມອງຂອງການປະເຊີນຫນ້າກັບລູກຄ້າ, ພວກເຮົາ ຊ່ວຍຜູ້ທີ່ມີປັນຫາທາງການເງິນ ແລະຄວາມເດືອດຮ້ອນ.

ນາງກ່າວວ່າ "ພວກເຂົາຖືກສົ່ງມາຫາພວກເຮົາ ຈາກພາກຊຸມຊົນ, ສ່ວນຫຼາຍ ແມ່ນໂດຍຜູ້ໃຫ້ຄໍາປຶກສາ ທາງດ້ານການເງິນ, ການບໍຣິການດ້ານກົດຫມາຍ, Lifeline, ແລະການສນັບສນູນຊຸມຊົນອື່ນໆ."

ການໃຊ້ຕົວແທນພາສີ (Tax agent).

ຊາວອອສເຕຣເລັຍຫຼາຍຄົນ ເລືອກທີ່ຈະຈ່າຍຄ່າບໍຣິການ ຂອງຕົວແທນພາສີ (Tax agent) ໃນການຍື່ນເລື້ອງ ການເກັບພາສີຂອງເຂົາເຈົ້າ.ການໃຊ້ຕົວແທນພາສີ ຂອງອອສເຕຣເລັຍ ມີລາຍງານວ່າ ເປັນຜູ້ທີສອງ ຮອງຈາກປະເທດອີຕາລີ ເທົ່ານັ້ນ ().

ການສຶກສາ () ທີ່ຮ່ວມນໍາພາໂດຍ Prof Kayis-Kumar, ການໃຊ້ຕົວແທນພາສີ (Tax agent) ບໍ່ໄດ້ນໍາໄປສູ່ ຜົນປໂຍດການໄດ້ເງິນຄືນຈາກພາສີ ຫຼາຍປານໃດ ເມື່ອທຽບໃສ່ ກັບການຍື່ນດ້ວຍຕົວເອງ, ເວັ້ນເສັຍແຕ່ວ່າ ທ່ານມີລາຍໄດ້ຢ່າງຫນ້ອຍ 180,000 ໂດລາຕໍ່ປີ.

"ກັບຜູ້ຮ່ວມຂຽນຂອງຂ້າພະເຈົ້າ, Chris Evans ແລະ Youngdeok Lim. ພວກເຮົາ ໄດ້ເບິ່ງຫຼາຍກວ່າຫ້າລ້ານຕົວຢ່າງ ຂອງການເກັບພາສີຂອງອອສເຕຣເລັຍ ໃນເວລາສີ່ປີ ແລະພວກເຮົາພົບວ່າ ຫນ້າແປກໃຈທີ່ປໂຍດທີ່ແທ້ຈິງ ທີ່ປະຊາຊົນໄດ້ຮັບ ຈາກການໃຊ້ທີ່ປຶກສາດ້ານພາສີ, ນອກຈາກວ່າ ທ່ານມີລາຍໄດ້ເສີມທີ່ສູງ ເຊັ່ນ: ທຸຣະກິດ ແລະລາຍໄດ້ຈາກຄ່າເຊົ່າ ຫຼືເງິນຈາກການມີຫຸ້ນສ່ວນ ແລະມູນນິທິ– ແມ່ນຄວາມສະດວກ ແລະແນ່ນອນ."
Australia Explained - Tax
If using a tax agent to file your tax return, make sure that you’ve registered with them by 31 October and that they’ve notified the ATO. Credit: Edwin Tan /Getty Images
ເມື່ອໃຊ້ຕົວແທນພາສີ (Tax agent) ເພື່ອຍື່ນ ການເສັຍພາສີຂອງທ່ານ, ໃຫ້ແນ່ໃຈວ່າ ພວກເຂົາໄດ້ຈົດທະບຽນ, Prof Kayis-Kumar ແນະນໍາ.

"ກັມມະການ ຂອງຜູ້ປະກອບອາຊີບດ້ານພາສີ ແມ່ນບ່ອນທໍາອິດ ທີ່ຕ້ອງເຮັດ. ແຕ່ປົກກະຕິແລ້ວ ທ່ານຈະເຫັນວ່າ ບາງຄົນຈະສະແດງການຮັບຮອງຂອງພວກເຂົາ ແລະທ່ານສາມາດ ຄົ້ນຫາການລົງທະບຽນ, ແຕ່ປົກກະຕິແລ້ວ ພວກເຂົາເຈົ້າຄວນຈະມີການໂຄສະນາຢ່າງເປີດເຜີຍ ແລ້ວວ່າ ພວກເຂົາເຈົ້າ ເປັນຕົວແທນພາສີທີ່ລົງທະບຽນ."

ແລະ ຢ່າລືມວ່າຕ້ອງ ລະມັດລະວັງ ຕໍ່ການຫຼອກລວງ ການແອບອ້າງ(Impersonation) ວ່າເປັນ ATO ສເມີ.

Mr Thomson ໄດ້ເນັ້ນຫນັກ ເຖິງການເພີ່ມຂຶ້ນ 60 ເປີເຊັນ ຂອງຜູ້ສໍ້ໂກງທີ່ຕິດຕໍ່ ກັບຜູ້ເສັຍພາສີ ໃນປີ 2023 ເພື່ອເອົາຂໍ້ມູນສ່ວນຕົວ.

ຊຶ່ງລວມເຖິງ ລາຍລະອຽດທີ່ສາມາດເຮັດໃຫ້ ຜູ້ຫຼອກລວງ (Scammer) ທີ່ຈະແອບອ້າງເປັນທ່ານ, ເຊັ່ນ: ຊື່ຂອງທ່ານ, ທີ່ຢູ່, myGov ID, Tax File Number, ຫຼືລາຍລະອຽດບັດເຄຣດິດ.

"ຖາມຕົວເອງວ່າ ຂໍ້ຄວາມ ຫຼືໂທຣະສັບທີ່ທ່ານໄດ້ຮັບ ອາດຈະເປັນຂອງປອມ, ຢ່າຄລິກໃສ່ hyperlinks ໃນບັນຊີ MyGov ຂອງທ່ານ. ໃຫ້ເຂົ້າໄປໃນການຄົ້ນຫາຕ່າງຫາກ ແລ້ວ ພິມ MyGov ຫຼື ATO," Mr Thomson ເຕືອນ.

"ແລະຕິດຕໍ່ພວກເຮົາໂດຍໄວເທົ່າທີ່ຈະໄວໄດ້ ຖ້າທ່ານຄິດວ່າ ມີບາງສິ່ງບາງຢ່າງ ຜິດປົກກະຕິ ຫຼືທ່ານໄດ້ສັງເກດເຫັນ ກິດຈະກັມທີ່ຫນ້າສົງສັຍໃນບັນຊີ ATO ຂອງທ່ານ."
Australia Explained - Tax
Some Services Australia payments, like those relating to flooding and natural disasters are taxable and you need to add them manually on your tax return. Source: Moment RF / Songsak rohprasit/Getty Images
ການເຊື່ອມທີ່ມີປໂຍດ

ສໍາລັບຫົວຂໍ້ທີ່ກ່ຽວຂ້ອງກັບພາສີ ກ່ຽວກັບການຊໍາລະເງິນ ແລະບໍຣິການ ຂອງ Centrelink, ທ່ານສາມາດຊອກຫາຂໍ້ມູນໃນພາສາຂອງທ່ານໄດ້ ທີ່ນີ້ () ຫຼື ໂທຫາ Centrelink ບໍຣິການທາງໂທຣະສັບ ຫຼາຍພາສາ ທີ່ 131 202.
  • ກວດເບິ່ງສິ່ງທີ່ທ່ານຕ້ອງເຮັດໃນເວລາຍື່ນພາສີ () ຖ້າທ່ານໄດ້ຮັບສິດທິປໂຍດດ້ານພາສີຄອບຄົວ ຫຼື ເງິນອຸດຫນູນການດູແລເດັກ (Child Care Subsidy) ໃນສົກປີການເງິນທີ່ຜ່ານມາ.
  • ຖ້າທ່ານໄດ້ຮັບສິດທິປໂຍດດ້ານພາສີຄອບຄົວ ຫຼື ເງິນອຸດຫນູນການດູແລເດັກ (Child Care Subsidy) ໃນສົກປີການເງິນທີ່ຜ່ານມາ.
  • ເປັນເຄື່ອງມືການເກັບກໍາລາຍລະອຽດ ຟຣີໃນແອັບ ATO
  • ຫາຂໍ້ມູນ ກ່ຽວກັບໂຄງການຄລີນິກພາສີ ທີ່ນີ້ ()
  • ຖ້າທ່ານມີລາຍໄດ້ 60,000 ໂດລາຫຼືຫນ້ອຍກວ່າ, ທ່ານອາດຈະມີສິດໄດ້ຮັບການຊ່ວຍເຫຼືອ ໃນຍື່ນ ການເສັຍພາສີຂອງທ່ານ ຜ່ານໂຄງການຊ່ວຍເຫຼືອດ້ານພາສີຂອງ ATO. ຮຽນຮູ້ຕື່ມ ທີ່ນີ້()
  • ຂໍ້ມູນສໍາລັບຫົວຂໍ້ ທີ່ກ່ຽວຂ້ອງກັບພາສີ ແມ່ນມີຢູ່ໃນພາສາຕ່າງໆໃນເວັບໄຊ ATO. ໄປທີ່:

ເນື້ອເລື່ອງໂດຍ Zoe Thomaidou ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share