ສິລປິນ ຊາວ First Nations ໃນຊ່ວງ NAIDOC Week

Some of the art on display in Ceduna (SBS).jpg

ໜຶ່ງຂອງການສະແດງສິລປະທີ່ Ceduna ໃນ NAIDOC Week. Credit: Supplied: SBS

ບັນດາສິລປິນ First Nations ຈາກເມືອງ ແລະປະເທດຝັ່ງທະເລອື່ນໆ ກໍາລັງສະແດງຜົນງານຂອງເຂົາເຈົ້າ ແລະນໍາໃຊ້ສິລປະ ແລະວັດທະນາທັມ ຂອງເຂົາເຈົ້າ ເພື່ອເວົ້າເຖິງສິ່ງແວດລ້ອມ ທີ່ ເມືອງ Ceduna ຢູ່ແຄມຝັ່ງອ່າວ Murat ແຄມຝັ່ງທະເລ ທາງທິດຕາເວັນຕົກ ຂອງແຫຼມ Eyre ໃນ South Australia.


ສິລປິນ ຊາວ First Nations ໃນຊ່ວງ NAIDOC Week.

ນີ້ແມ່ນ NAIDOC Week – ແມ່ນຊ່ວງເວລາ ແຫ່ງການສເລີມສລອງ ປວັດສາດ, ວັດທະນະທັມ ແລະຜົນສໍາເລັດຂອງປະຊາຊົນ First Nations.

ບັນດາສິລປິນ ຈາກເມືອງ Kokatha, Mirning, Wirangoo ແລະປະເທດຝັ່ງທະເລອື່ນໆ ກໍາລັງສະແດງຜົນງານຂອງເຂົາເຈົ້າ ແລະນໍາໃຊ້ສິລປະ ແລະວັດທະນາທັມ ຂອງເຂົາເຈົ້າ ເພື່ອເວົ້າເຖິງສິ່ງແວດລ້ອມ ທີ່ ເມືອງ Ceduna ຢູ່ແຄມຝັ່ງອ່າວ Murat ແຄມຝັ່ງທະເລ ທາງທິດຕາເວັນຕົກ ຂອງແຫຼມ Eyre ໃນ South Australia.

Peta Doherty ລາຍງານ ຈາກ South Australia.

ການປ່ຽນຂີ້ເຫຍື້ອຂອງຄົນອື່ນ....ໃຫ້ເປັນຂອງມີຄ່າ ດ້ວຍການແກະ ສລັກ jellyfish ຈາກຂີ້ເຫຍື້ອຈາກທະເລ...

ມັນເປັນພຽງຫນຶ່ງ ຂອງສັດທະເລ ທີ່ຖືກສ້າງຂຶ້ນ ຈາກມອງຈັບປາ ທີ່ຖືກຖິ້ມ ໂດຍສິລປິນ Collette Gray.

"ມັນແມ່ນສິ່ງເສດເຫຼືອ ທາງທະເລທັງຫມົດ ທີ່ຖືກເກັບກໍາ, ຕົກຄ້າງຕາມຊາຍຫາດ, ຂີ້ເຫຍື້ອຈາກຫາດຊາຍ, ແລ້ວມາໃຊ້ເປັນປໂຍດ. ເປົ້າຫມາຍໃຫຍ່ຂອງພວກເຮົາ ແມ່ນເພື່ອຮັກສາຫາດຊາຍ ຂອງພວກເຮົາ ໃຫ້ສະອາດ ແລະບໍຣິສຸດ ແລະຍັງເພື່ອປົກປ້ອງຊີວິດສັດ ຂອງພວກເຮົາທີ່ຢູ່ໃນທະເລເຊັ່ນດຽວກັນ. ເຮົາຍັງໄດ້ຮຽນຮູ້ ກ່ຽວກັບວັດທະນະທັມ ຂອງເຮົາ ພ້ອມທັງໄດ້ຮຽນຮູ້ ກ່ຽວກັບຄວາມສຳພັນຂອງເຮົາກັບທະເລ."

ຮູບປັ້ນ ທີ່ວາງສະແດງຢູ່ Ceduna ໃນ South Australia ແມ່ນສະແດງໃຫ້ເຫັນ ວັດທະນະທັມ ຂອງຊາວພື້ນເມືອງ.

ສິລປິນອີກຄົນນຶ່ງ, Janine Gray, ກ່າວວ່າ ພວກເຂົາເຈົ້າ ກໍາລັງສ້າງຄວາມຮັບຮູ້ ກ່ຽວກັບການປະຕິບັດ ການຫາປາທີ່ເປັນອັນຕະລາຍ.

"ພວກເຮົາຮັກທະເລ, ພວກເຮົາໄປຫາປາ, ຖ້າພວກເຮົາຫາປາໄດ້ຫຼາຍ, ພວກເຮົາກໍແບ່ງປັນກັບຄອບຄົວ."

 ຮູບແກະສລັກ ສອງຮູບຈາກເຂດນີ້ ແມ່ນຮູບປູ ທີ່ເອີ້ນວ່າ Guldamura ແລະ Jidarah the whale, ໄດ້ຖືກຂາຍໃຫ້ ຫ້ອງວາງສະແດງສິລປະຂອງ Swiss.

Collette Gray ອີກຄັ້ງ:

"ລາວຕ້ອງໄປຕ່າງປະເທດ, Monaco. ປີກາຍ ລາວໄດ້ໄປທ່ຽວໃນຢູໂຣບ ແລະກໍມ່ວນຫຼາຍ...ແລະລາວໄດ້ໄປຂາຍ ໄກຈາກພວກເຮົາ ແຕ່ກໍດີ ທີ່ມີຄໍາຕິຊົມ ແລະຄວາມຄິດເຫັນນັ້ນ ກັບມາຫາພວກເຮົາ."

ທະເລ ເປັນຫົວຂໍ້ທີ່ຊຳນານ ສໍາລັບສິລປິນເຫຼົ່ານີ້.

ຊາວ Mirning ແມ່ນຜູ້ຄຸ້ມຄອງວັດທະນະທັມຂອງ Great Australian Bight, ຊຶ່ງເປັນບ່ອນ ທີ່ມີປາວານອາຍຸນ້ອຍ ທີ່ສໍາຄັນຂອງຊາດ.

ບັນດາປະເທດ Aboriginal ໃນຝັ່ງຕາເວັນຕົກໄກ ຂອງຣັດ South Australia ໄດ້ຢືນຢັດຮ່ວມກັນ ເພື່ອຕໍ່ຕ້ານການຂຸດເຈາະນໍ້າມັນ ຢູ່ທີ່ນີ້ ແລະໃນປີ 2020 ບໍຣິສັດ Norway, Equinor, ໄດ້ຖອນໂຕອອກຈາກໂຄງການ ທີ່ເປັນບັນຫາໂຕ້ແຍ້ງນັ້ນ.

Janine Gray ກ່າວວ່າ ສິລປະບາງຢ່າງ ສະແດງໃຫ້ເຫັນວ່າ ອະນາຄົດຈະເປັນແນວໃດ.

"ພວກເຂົາຈະຂຸດເຈາະຢູ່ໃນ Bight, ແຕ່ກາຍເປັນວ່າ ພວກເຮົາໄດ້ທຳການປະທ້ວງ. ຖ້າເຂົາເຈົ້າ ໄດ້ຂຸດເຈາະໃນທີ່ນີ..... ນີ້ແມ່ນສິ່ງທີ່ຈະເກີດຂຶ້ນ. ທຸກຢ່າງ ຄົງຈະເປັນຄືກະດູກໃນທະເລ."

ສິລປິນອີກຄົນນຶ່ງ, Sherrie Jones, ກ່າວວ່າ ພວກແມ່ຍິງ ແລະເດັກນ້ອຍ ຈາກຊຸມຊົນ Yalata-ທາງທິດຕາເວັນຕົກ ຂອງເມືອງ Ceduna-ໄດ້ເກັບເຊືອກທີ່ຖືກຖິ້ມຈາກເຮືອຫາປາ ແລະວັດຖຸອື່ນໆ ແລະ ຖືກນໍາມາໃຊ້ໃຫມ່ ເພື່ອເຮັດໃຫ້ຮູບເປັນ ຂອງປາ Harlequin ຂອງ South Australia.

"ນັ້ນຫມາຍຄວາມວ່າ ພວກເຮົາກໍາລັງເຮັດສິ່ງທີ່ດີບາງຢ່າງ ສໍາລັບຊຸມຊົນ ແລະສະພາບແວດລ້ອມຂອງເຮົາ ແລະຍັງຮັກສາໂລກ ໃຫ້ປອດພັຍນຳອີກ."

ລາວກ່າວວ່າ ແບບຂອງ Orca ຊຶ່ງເປັນຜົນມາຈາກ ການຮ່ວມມືກັນນັ້ນ ຖືເປັນຂໍ້ຄວາມທີ່ສໍາຄັນ.

"ມັນຍັງເຮັດດ້ວຍສີດໍາແລະສີຂາວ ເພື່ອສ້າງຖແລງການຄັ້ງໃຫຍ່ ສຳລັບການປອງດອງ... ແລະທັງຊາວພື້ນເມືອງ ແລະບໍ່ແມ່ນຊາວພື້ນເມືອງ ທີ່ເຮັດວຽກຮ່ວມກັນ ສໍາລັບຄົນລຸ້ນຕໍ່ໄປ ເພື່ອເຮັດໃຫ້ມັນເປັນບ່ອນທີ່ດີກວ່າ ສໍາລັບພວກເຮົາ. ມັນເປັນຫນຶ່ງໃນສິ່ງທີ່ຂ້ອຍມັກ."

ເຮັດໃຫ້ຊຸມຊົນຊາວພື້ນເມືອງ ແລະບໍ່ແມ່ນຊາວພື້ນເມືອງ ໄດ້ມາ ເຕົ້າໂຮມກັນ.

ລາຍງານໂດຍ    Peta Doherty  ນັກຂ່າວ SBS News ຈາກ South Australia

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share