ຄວາມໂມໂຫທາງຖນົນແມ່ນຫຍັງ ແລະຮັບມືກັບມັນແນວໃດ?

Australia Explained - Road Rage

Credit: Jacobs Stock Photography Ltd/Getty Images

ການຂັບຣົດຢ່າງຮຸນແຮງ ເປັນພຶດຕິກັມ ການຂັບຣົດ ທີ່ບໍ່ດີຢ່າງຕໍ່ເນື່ອງ ຊຶ່ງເພີ່ມຄວາມສ່ຽງ ຂອງອຸບັດເຫດ ແລະສາມາດ ເພີ່ມຄວາມໂມໂຫ ໃນທາງຖນົນໄດ້. ຄົນທີ່ມີສ່ວນຮ່ວມ ໃນຄວາມໂມໂຫທາງຣົດ ອາດຈະມີຄວາມຮັບຜິດຕໍ່ການຈະຣາຈອນ ໃນອອສເຕຣເລັຍ, ມີຜົນກະທົບ ຕໍ່ປະກັນພັຍຣົດຂອງເຂົາເຈົ້າ ແລະສໍາຄັນທີ່ສຸດ ເຮັດໃຫ້ຊີວິດຂອງເຂົາເຈົ້າ ແລະຂອງຜູ້ອື່ນ ມີຄວາມສ່ຽງ. ຮຽນຮູ້ ກ່ຽວກັບຄວາມຄາດຫວັງ ກ່ຽວກັບການຂັບຂີ່ ທີ່ປອດພັຍ, ມີຄວາມຮັບຜິດຊອບ ແລະສິ່ງທີ່ຄວນເຮັດ ເມື່ອທ່ານ ຫຼືຄົນທີ່ທ່ານຮັກ ມີສ່ວນກ່ຽວຂ້ອງກັບເຫດການ ຄວາມໂມໂຫທາງຖນົນ.


ຈຸດສໍາຄັນ
  • ການຂັບຂີ່ທີ່ຮ້າຍແຮງ ແລະຄວາມໂມໂຫທາງຖນົນ ອາດເກີດຂຶ້ນໄດ້ ທັງປັດຈັຍສ່ວນບຸກຄົນ ແລະປັດຈັຍພາຍນອກ.
  • ຢ່າພະຍາຍາມຕອບໂຕ້ ຖ້າຫາກວ່າທ່ານ ເປັນຜູ້ຮັບຂອງເຫດການຄວາມໂມໂຫທາງຖນົນ.
  • ໃຫ້ຜູ້ຂັບຂີ່ຄົນອື່ນ ໄດ້ຮັບຜົນປໂຍດ ຈາກຄວາມສົງສັຍ ເມື່ອພວກເຂົາເຮັດຜິດພາດ.
ການໄດ້ຮັບໃບອະນຸຍາດຂັບຂີ່ ມາພ້ອມກັບການເປັນຄົນສຸພາບ ຕໍ່ຜູ້ຂັບຂີ່ຄົນອື່ນໆ.

ແຕ່ສິ່ງທີ່ບາງຄົນເລືອກທີ່ຈະເຮັດ ຢູ່ຫລັງພວງມາລັຍຣົດ ເມື່ອໃຈຮ້າຍຫລືງຸດງິດໃຈ ອາດເຮັດໃຫ້ຄົນອື່ນ ໃຈຮ້າຍຢູ່ໃນທາງຖນົນ ແລະເປັນອັນຕະຣາຍ ຕໍ່ຄວາມປອດພັຍ ໃນຖນົນຫົນທາງ.

ໃນຂນະທີ່ ບໍ່ມີສະຖິຕິເປັນທາງການ ກ່ຽວກັບເຫດການຄວາມໂມໂຫ ທາງຖນົນ, ການສໍາຫຼວດ () ໃນປີ 2024 ທີ່ດໍາເນີນໂດຍ ເວັບໄຊທ໌ປຽບທຽບ Finder ຊີ້ໃຫ້ເຫັນວ່າ ຊາວອອສເຕຣເລັຍ ສາມ ໃນ ສີ່ຄົນ ເຄີຍປະສົບກັບຄວາມໂມໂຫທາງຖນົນ ໃນຂນະທີ່ຂັບຣົດ.

ຮອງສາດສະດາຈານ ຂອງ ໂຮງຮຽນຈິດຕະວິທະຍາ ມະຫາວິທະຍາໄລ Queensland, ທ່ານ James Kirby, ໄດ້ດໍາເນີນການຄົ້ນຄວ້າ ກ່ຽວກັບຈິດຕະວິທະຍາ ກ່ຽວກັບຄວາມໂມໂຫ ໃນທາງຖນົນ.

ລາວກ່າວວ່າ ພຶດຕິກັມຂັບຣົດທີ່ຮຸກຮານ ອາດເປັນຜົນ ມາຈາກຄວາມເຊື່ອ ແລະອະຄະຕິສ່ວນບຸກຄົນ, ອີງຕາມເພດ ແລະອາຍຸຂອງຜູ້ຂັບຣົດຄົນອື່ນເປັນຕົ້ນ, ຫລືການຕີຄວາມ ຂອງເຫດການທີ່ກ່ຽວຂ້ອງ ກັບການຂັບຣົດ.

"ເຊັ່ນ ຄວາມເຊື່ອວ່າຄົນອື່ນ ກໍາລັງເຮັດບາງສິ່ງບາງຢ່າງ ຕາມຫົນທາງໂດຍເຈດຕະນາຕໍ່ທ່ານ. ຕົວຢ່າງ: ພວກເຂົາເຈຕະນາຕັດໜ້າຂ້ອຍ "

ຄວາມເຄັ່ງຕຶງພາຍນອກ ກໍສາມາດມີບົດບາດເຊັ່ນກັນ.

"ຄວາມກົດດັນດ້ານເວລາ ແມ່ນເລື້ອງໃຫຍ່. ຜູ້ທີ່ກໍາລັງມີຄວາມຟ້າວ ຈາກບ່ອນຫນຶ່ງ ໄປອີກບ່ອນຫນຶ່ງ, ຖ້າມີສິ່ງໃດສິ່ງຫນຶ່ງ ເຮັດໃຫ້ເຂົາຊັກຊ້າ ກໍອາດກໍ່ໃຫ້ເກີດຄວາມໂມໂຫໄດ້"

ພຶດຕິກັມຄວາມໂມໂຫທາງຖນົນ ອາດນໍາໄປສູ່ການຂັບຂີ່ທີ່ບໍ່ປອດພັຍ ຄືຄວາມຄຶດຜິດໆກ່ຽວກັບການຄວບຄຸມ ທີ່ຜູ້ຂັບຂີ່ຈະກະທຳ.

"ເມື່ອພວກເຮົາໃຈຮ້າຍ, ພວກເຮົາມີສະມາທິຫຼາຍຂຶ້ນ, ເຮົາພະຍາຍາມທີ່ຫາຜູ້ ທີ່ເປັນສາເຫດຂອງຄວາມໃຈຮ້າຍ. ໃນຕອນນັ້ນ ເຮົາສາມາດເຊື່ອແບບຜິດໆວ່າ ເຮົາມີຄວາມສາມາດ ໃນການຂັບຣົດ ທີ່ດີເລີດ ຊຶ່ງສາມາດກະຕຸ້ນພຶດຕິກັມ ຂອງການຂັບຣົດ ທີ່ມີຄວາມສ່ຽງໄດ້." Prof Kilby ອະທິບາຍ.

"ເມື່ອພວກເຮົາໃຈຮ້າຍ, ພວກເຮົາມີສະມາທິຫຼາຍຂຶ້ນ, ເຮົາພະຍາຍາມທີ່ຫາຜູ້ ທີ່ເປັນສາເຫດຂອງຄວາມໃຈຮ້າຍ. ໃນຕອນນັ້ນ ເຮົາສາມາດເຊື່ອແບບຜິດໆວ່າ ເຮົາມີຄວາມສາມາດ ໃນການຂັບຣົດ ທີ່ດີເລີດ ຊຶ່ງສາມາດກະຕຸ້ນພຶດຕິກັມ ຂອງການຂັບຣົດ ທີ່ມີຄວາມສ່ຽງໄດ້."

"ດັ່ງນັ້ນ, ແນ່ນອນວ່າ ມັນຈຶ່ງເປັນປັນຫາທີ່ ເຮົາເຊື່ອວ່າ ພວກເຮົາມີທັກສະ ທີ່ເຫນືອກວ່າຄົນຂັບຣົດຄົນອື່ນໆ ໃນທາງຖນົນ."

ການຮັບມື ກັບການຮຸກຮານ ຢູ່ໃນທາງຖນົນ.

ພຶດຕິກັມ ຄວາມໂມໂຫໃນທາງຖນົນທົ່ວໄປ ລວມມີ ການເບຣກ (Braking) ໂດຍເຈດຕະນາ ຫຼືຂັບຊ້າລົງຢ່າງກະທັນຫັນ ເພື່ອເຮັດໃຫ້ໃຈຮ້າຍ ຫຼືກີດຂວາງຄົນອື່ນ, ການໄລ່ຕາມຍານພາຫະນະອື່ນ, ຂັບໄວເກີນໄປ, ການຕີໄຟສູງ ເພື່ອໃຫ້ຜູ້ຂັບຂີ່ຄົນອື່ນ ຍ້າຍອອກຈາກທາງ, ແລະຂັບຕິດຕາມຢ່າງໃກ້
Tailgating).

ໃນ Victoria ບ່ອນດຽວ, ມີປະມານ 2000 ການປັບໃຫມໃນທຸກໆປີ ສໍາລັບເຫດການ ຂັບຕິດຕາມຢ່າງໃກ້ (Tailgating).

James Williams ເປັນຫົວຫນ້າຝ່າຍນະໂຍບາຍ ທີ່ the Royal Automobile Club of Victoria (RACV) ຊີ້ແຈງວ່າ ການຂັບຕິດຕາມຢ່າງໃກ້ (Tailgating) ແມ່ນຫຍັງ.

"ມັນບໍ່ແມ່ນກ່ຽວກັບ ຈໍານວນສະເພາະຂອງ centimetres ຫຼືໄລຍະຫ່າງ ລະຫວ່າງຍານພາຫະນະຄັນຫນຶ່ງ ແລະອີກຄັນນຶ່ງ, ເພາະເຫັນໄດ້ວ່າ ມັນຂຶ້ນກັບສະຖານະການ ທີ່ກໍາລັງເກີດຂຶ້ນໃນ ທາງຖນົນ.

"ມັນເປັນຕອນທີ່ທ່ານຢູ່ໃກ້ເກີນໄປ ກັບຣົດຄັນທາງຫນ້າທ່ານ ໃນໄລຍະເວລານຶ່ງ. ມັນຖືກກໍານົດໃນກົດຫມາຍ ວ່າເປັນຄວາມລົ້ມເຫຼວ ໃນການຂັບຣົດ ດ້ວຍໄລຍະຫ່າງພຽງພໍ ຢູ່ຫຼັງຍານພາຫະນະຄັນອື່ນ"

Angry Woman Gestures in Car
Road rage in itself is an offence, however actions associated with aggressive driving compromising road safety are penalised. Credit: John W. Banagan/Getty Images
ຖ້າຫາກທ່ານພົບວ່າ ຕົວທ່ານເອງ ຢູ່ໃນເຫດການທີ່ເກີດຄວາມໂມໂຫໃນທາງຖນົນ, ກ່ອນອື່ນ ມັນເປັນສິ່ງສໍາຄັນ ທີ່ຕ້ອງຄຶດເຖິງຄວາມປອດພັຍ.

Mr Williams ກ່າວວ່າ "ຖ້າມັນຮຸນແຮງຂຶ້ນ ເຖິງຈຸດທີ່ຜູ້ຂັບຂີ່ ກໍາລັງຖືກຕິດຕາມ ບໍ່ວ່າຈະມີການທໍາຮ້າຍ ຫຼືຄວາມຮຸນແຮງຕໍ່ເຂົາເຈົ້າຫຼືບໍ່, ໃນເຫດການຄວາມໂມໂຫ ໃນທາງຖນົນທີ່ຮ້າຍແຮງ, ມັນເປັນສິ່ງສໍາຄັນ ທີ່ຖ້າທ່ານຮູ້ສຶກບໍ່ປອດພັຍ ຫຼືບໍ່ຄວນຈະຂັບຣົດ, ທ່ານຄວນຕິດຕໍ່ຫາຕໍາຫຼວດ ແລະພາຕົວເອງ ໄປບ່ອນທີ່ປອດພັຍ."

ຖ້າຫາກວ່າ ທ່ານພົບວ່າຕົວທ່ານເອງຖືກຮຸກຮານ, ວິທີທີ່ດີທີ່ສຸດ ແມ່ນການຮັກສາຄວາມໃຈເຢັນຂອງທ່ານ ແລະແຍກຕົວຂອງທ່ານ ອອກຈາກສະຖານະການນັ້ນ. ສິ່ງນີ້ ອາດກ່ຽວກັບການປ່ອຍໃຫ້ຄົນຂັບຣົດອີກຄົນຫນຶ່ງຜ່ານໄປ, ຫຼີກທາງຢ່າງປອດພັຍ.

Mr Williams ກ່າວຕື່ມວ່າ "ມັນເປັນສິ່ງສໍາຄັນ ທີ່ທ່ານບໍ່ມີສ່ວນຮ່ວມ ໃນພຶດຕິກັມໃດໆ ທີ່ຈະສືບຕໍ່ ຫລືເຮັດໃຫ້ສະຖານະການຮຸນແຮງຕື່ມອີກ."

ຄວາມໂມໂຫທາງຖນົນ ແລະປະກັນພັຍ.

ປົກກະຕິແລ້ວ, ຜູ້ປະກັນພັຍຣົດ ກວມເອົາຄວາມເສັຍຫາຍທາງວັດຖຸ ທີ່ເກີດຈາກຄວາມໂມໂຫທາງຖນົນ.

ຜູ້ຊ່ຽວຊານດ້ານການປະກັນພັຍຂອງ Finder, ທ່ານ Tim Bennett, ກ່າວວ່າ ສ່ວນໃຫຍ່ແລ້ວ ມັນຈະເປັນບໍຣິສັດປະກັນພັຍຣົດ ຂອງຜູ້ກະທໍາຜິດ ທີ່ຈ່າຍຄ່າເສັຍຫາຍ. ລາວສລຸບການດຳເນີນການ ທີ່ສໍາຄັນ ທີ່ທ່ານຈໍາເປັນຕ້ອງເຮັດ ຫຼັງຈາກເຫດການໄດ້ເກີດຂຶ້ນ.

"ສິ່ງທີ່ດີທີ່ສຸດແມ່ນ... ວ່າຣົດທັງສອງຄັນຢຸດ ແລະແລກປ່ຽນລາຍລະອຽດຂອງກັນ ແລະກັນ.

"ແຕ່ມັນ ບໍ່ເປັນເຊັ່ນນັ້ນສເມີໄປ, ໂດຍສະເພາະ ຖ້າຫາກວ່າ ບາງຄົນເປັນຄົນມັກຮຸກຮານ. ຖ້າເປັນເຊັ່ນນັ້ນ, ໃຫ້ປະຕິບັດຕາມຂັ້ນຕອນຕ່າງໆ ເພື່ອພະຍາຍາມ ບັນທຶກສິ່ງທີ່ເກີດຂຶ້ນໃຫ້ໄວເທົ່າທີ່ຈະໄວໄດ້. ຢ່າງຫນ້ອຍ ກໍພະຍາຍາມເອົາເລກທະບຽນຣົດນັ້ນ ໃຫ້ໄວເທົ່າທີ່ຈະໄວໄດ້."

Australia Explained - Road Rage
Cyclists and pedestrians are road users who are also potential targets of road rage behaviours. Credit: olaser/Getty Images
ຖ້າມີການຮຽກຮ້ອງຄ່າເສັຍຫາຍເກີດຂຶ້ນ ຈາກເຫດການຄວາມໂມໂຫ ໃນທາງຖນົນ, ຝ່າຍຜູ້ກະທຳຜິດ ຈະປະເຊີນກັບຜົນສະທ້ອນ ຂອງຜູ້ໃຫ້ບໍຣິ ການປະກັນພັຍຂອງເຂົາເຈົ້າ.

"ຂ້ອຍຄິດວ່າ ນັ້ນສົມເຫດສົມຜົນດີ ຖ້າທ່ານມີຄວາມຜິດ ໃນອຸບັດເຫດຫລືເຫດການໃດໆ ທີ່ຕ້ອງມີການຈ່າຍຄ່າເສັຍຫາຍ, ຄ່າປະກັນພັຍຂອງທ່ານ ຈະເພີ່ມສູງຂຶ້ນ." Mr Bennett ອະທິບາຍ.

"ແຕ່ຫນ້າເສັຍດາຍ, ມັນກໍສາມາດເກີດຂຶ້ນໄດ້ເຊັ່ນກັນ ວ່າຄົນທີ່ເປັນຜູ້ທີ່ຕົກເປັນເຫຍື່ອ ຂອງເຫດການຄວາມໂມໂຫທາງຖນົນ ທີ່ຕ້ອງຮຽກຮ້ອງຄ່າເສັຍຫາຍ ບາງຄັ້ງກໍສາມາດຮັບ ຜົນກະທົບຕໍ່ຄ່າທໍານຽມຂອງພວກເຂົາເຊັ່ນກັນ. ຍົກຕົວຢ່າງ, ໂບນັສ ຈາກການບໍ່ມີການຮຽກຮ້ອງຄ່າເສັຍຫາຍ (no claim bonus) ບາງເທື່ອ ອາດຈະສູນເສັຍໄປ ຍ້ອນຜົນສະທ້ອນຂອງມັນ. ນັ້ນຂຶ້ນຢູ່ກັບ ຜູ້ປະກັນພັຍຂອງທ່ານ."

ຖ້າຂ້ອຍເປັນພຽງແຕ່ຜູ້ໂດຍສານ ເດ?

ການພົບວ່າຕົວເອງ ຢູ່ໃນສະຖານະການຄວາມໂມໂຫ ໃນທາງຖນົນ ໃນຖານະຜູ້ໂດຍສານ ຂອງຜູ້ຂັບຣົດທີ່ສະແດງພຶດຕິກັມນັ້ນ, ອາດຈະມີຄວາມກົດດັນຫຼາຍເຊັ່ນກັນ.

Prof Kirby ອະທິບາຍວ່າເປັນຫຍັງ.

"ເພາະວ່າທ່ານອາດຮູ້ສຶກວ່າ ບໍ່ສາມາດເຮັດຫຍັງໄດ້ ໃນສະຖານະການເຫຼົ່ານັ້ນ. ແລະແນ່ນອນວ່າ ຊີວິດຂອງທ່ານ ກໍສໍາຄັນ ແລະອາດຈະມີຄວາມສ່ຽງ ຂຶ້ນຢູ່ກັບລັກສນະຂອງພຶດຕິກັມ"

ການຕອບສນອງທີ່ດີທີ່ສຸດ ແມ່ນຂຶ້ນຢູ່ກັບຫຼາຍປັດຈັຍ ລວມທັງຄວາມສໍາພັນຂອງທ່ານ ກັບຜູ້ຂັບຂີ່.

"ຖ້າທ່ານເວົ້າວ່າ 'ໃຈເຢັນໆ' ທີ່ອີກຝ່າຍນຶ່ງບໍ່ຢາກໄດ້ຍິນ ແລະມັນອາດເຮັດໃຫ້ອີກຝ່າຍ ມີຄວາມໂມໂຫຫຼາຍຂຶ້ນກໍໄດ້"

ແທນທີ່ຈະເປັນແນວນັ້ນ, ການກະທໍາທີ່ສໍາຄັນໃນເບື້ອງຕົ້ນ ທີ່ລາວແນະນໍາ ແມ່ນພະຍາຍາມທີ່ຈະເຂົ້າໃຈ ຄວາມບໍ່ພໍໃຈຂອງເຂົາເຈົ້າ ຕໍ່ ສະຖານະການນັ້ນ, ໂດຍເວົ້າວ່າ 'ເປັນຕາຢ້ານ' ຫຼື 'ເບິ່ງຄືວ່າຍາກ'.

Australia Explained - Road Rage
You can try several strategies as a passenger to calm down the driver amidst a road age incident, but their effectiveness will depend on the nature and quality of your relationship. Credit: PixelsEffect/Getty Images
"ນັ້ນເຮັດໃຫ້ເຂົາເຈົ້າຮູ້ສຶກວ່າ ທ່ານໄດ້ຍິນ ຫລືເຂົ້າໃຈ ໃນທາງໃດທາງຫນຶ່ງ ສໍາລັບສິ່ງໃດກໍຕາມທີ່ໄດ້ເກີດຂຶ້ນ ແລ້ວສິ່ງນັ້ນ ກໍສາມາດເປີດໂອກາດ ໃຫ້ເຂົາເຈົ້າເປີດກວ້າງກວ່າເກົ່າ ແລະຈະບໍ່ຕອບໂຕ້"

"ທ່ານອາດຈະໃຫ້ຄໍາແນະນໍາ, ຂຶ້ນກັບວ່າທ່ານຮູ້ຈັກບຸກຄົນນັ້ນດີປານໃດ ເຊັ່ນ: 'ຈະວ່າແນວໃດ ຖ້າພວກເຮົາເປີດວິທະຍຸ?' ແລະ 'ຈະວ່າແນວໃດຖ້າທ່ານຈະໜີອອກຈາກບຸກຄົນນີ້?' ຫຼື 'ເອີ້, ທ່ານຢາກຈອດຂ້າງທາງຫຼືບໍ່?'"

ໃນທີ່ສຸດ, ການຂັບຣົດທີ່ປອດພັຍ ແລະມີຄວາມຮັບຜິດຊອບ ຕ້ອງມີຄວາມເອົາໃຈໃສ່ ແລະຄວາມເຂົ້າໃຈ ທຸກເທື່ອທີ່ທ່ານຢູ່ຫລັງພວງມາລັຍ.

Prof Kilby ກ່າວວ່າ "ຫນ້າເສັຍໃຈ ທີ່ຄວາມຜິດພາດ ໃນຖນົນຫົນທາງ ອາດເປັນອັນຕະຣາຍ ແລະນັ້ນ ເປັນສາເຫດທີ່ບາງເທື່ອ ເຮົາມີປະຕິກິຣິຍາທີ່ແຮງເກີນໄປ"

"ແຕ່ຄໍາແນະນໍາຂອງຂ້ອຍແມ່ນ ພະຍາຍາມທີ່ຈະບໍ່ຟ້າວລົງຄວາມເຫັນ, ພະຍາຍາມໃຫ້ອະພັຍ ເທົ່າທີ່ເຈົ້າສາມາດເຮັດໄດ້. ບໍ່ຈໍາເປັນຕ້ອງມີການຕອບໂຕ້ ສໍາລັບສະຖານະການໃດໆ"

Australia Explained - Road Rage
If a person consistently engages in road rage behaviour, psychological therapy can help them deal with the management and expression of their anger, Prof Kirby says. Source: Moment RF / Fiordaliso/Getty Images
ຖ້າທ່ານຮູ້ສຶກບໍ່ປອດພັຍ ທ່າມກາງເຫດການທາງຖນົນ, ໃຫ້ຕິດຕໍ່ຫາຕໍາຫຼວດ.

ທ່ານສາມາດລາຍງານ ພຶດຕິກັມຂັບຂີ່ບໍ່ດີໄດ້ ໂດຍການໂທຫາ Crimestoppers ທີ່ 1800 333 000.

ເນື້ອເລື່ອງໂດຍ Zoe Thomaidou ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share